13/06/2025

ໃນຕອນບ່າຍຂອງວັນທີ 09 ມິຖຸນາ 2025, ທີ່ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ), ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມ ຄົ້ນຄວ້າປຶກສາຫາລືບັນຫາ ແລະ ກົນໄກ ວິທີການ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫຼອກລວງຜ່ານທາງອອນລາຍ (ຄັ້ງທີ II). ໂດຍການເປັນປະທານດໍາເນີນກອງປະຊຸມຂອງທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ: ຈາກ ຄຄອຊ ແລະ ກະຊວງປ້ອງກັນຄວາມສະຫງົບ(ປກສ), ກົມໃຫຍ່ຕໍາຫຼວດປກສ, ກົມປະຊາສໍາພັນ ຫສນຍ, ກະຊວງປ້ອງກັນຄວາມສະຫງົບ (ກົມຕໍາຫຼວດເສດຖະກິດ, ກົມຕຳຫຼວດສືບສວນ-ສອບສວນ, ກົມ 202, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ), ທະນາຄານແຫ່ງ ສປປ ລາວ (ກົມຄຸ້ມຄອງລະບົບການຊໍາລະ, ຫ້ອງການ, ກົມຄຸ້ມຄອງທະນາຄານທຸລະກິດ, ສໍານັກງານຂໍ້ມູນຕ້ານການຟອກເງິນ, ສະມາຄົມການທະນາຄານລາວ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສູນອິນເຕີເນັດ ແຫ່ງຊາດ, ອົງການດັດສົມໂທລະຄົມມະນາຄົມ, ກົມຄວາມປອດໄພໄຊເບີ, ຫ້ອງການກະຊວງ), ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ກົມປະຊາສຳພັນ), ບັນດາທະນະຄານທຸລະກິດ, ບໍລິສັດໂທລະຄົມມະນາຄົມ ຈຳນວນໜຶ່ງ ລວມທັງໝົດ 51 ທ່ານ.
ກອງປະຊຸມໄດ້ແລກປ່ຽນຄຳຄິດຄຳເຫັນ ເຫດການ ແລະ ສາເຫດ ທີ່ພາໃຫ້ເກີດມີການຕົວະຍົວະຫຼອກລວງຜ່ານອອນລາຍຍັງສືບຕໍ່ເກີດຂຶ້ນ ຢູ່ ສປປ ລາວ, ພ້ອມທັງຍົກບັນຫາທີ່ຍັງຄົງຄ້າງ ແລະ ວິທີແກ້ໄຂ ຂອງແຕ່ລະພາກສ່ວນ. ນອກນັ້ນ ຍັງໄດ້ໃຫ້ທຸກພາກສ່ວນຊ່ວຍກັນເປັນເຈົ້າການເຜີຍແຜ່ໂຄສະນາ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ມີສະຕິຕໍ່ເຫດການດັ່ງກ່າວ.
ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລືໃນການສ້າງຕັ້ງຄະນະຮັບຜິດຊອບເຊິ່ງປະກອບດ້ວຍບັນດາກົມຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ຈາກກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ, ສ້າງເບີສາຍດ່ວນຮັບແຈ້ງ, ກົນໄກໃນການປິດເບີໂທ, ກົນໄກການອາຍັດບັນຊີທີ່ຕ້ອງສົງໃສ ເພື່ອເຮັດໜ້າທີ່ໃນການກວດກາຕິດຕາມ, ປ້ອງກັນ ແລະ ແກ້ໄຂ ບັນຫາການຕົວະຍົວະຫຼອກລວງທາງອອນລາຍໃຫ້ໄດ້ວ່ອງໄວ.ພ້ອມນັ້ນ, ກອງປະຊຸມໄດ້ເຫັນດີໃຫ້ທຸກພາກສ່ວນສຶືບຕໍ່ ຕິດຕາມ ກວດກາ ແລະ ຮັບແແຈ້ງເຫດທີ່ເກີດຂຶ້ນ ພ້ອມກັນສືບຕໍ່ໂຄສະນາ ເຜີຍແຜ່, ສ້າງສະຕິ ແລະ ຄວາມຮັບຮູ້ໃຫ້ທົ່ວສັງຄົມ, ປ້ອງກັນການຕົວະຍົວະຫຼອກລວງທາງອອນລາຍ.