ສະມາຊິກສະພາ ແຫ່ງຊາດ ຊຸດທີ IX ຢ້ຽມຢາມ ສູນປະຕິບັດການຄວາມປອດໄພໄຊເບີ, ສູນຂໍ້ມູນແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ

17/06/2025

ສະມາຊິກສະພາ ແຫ່ງຊາດ ຊຸດທີ IX ຢ້ຽມຢາມ ສູນປະຕິບັດການຄວາມປອດໄພໄຊເບີ, ສູນຂໍ້ມູນແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ

ໃນວັນທີ 14 ມີຖຸນາ 2025 ທີ່ຜ່ານມາ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍ ສະມາຊິກສະພາ ແຫ່ງຊາດ ຊຸດທີ IX ເນື່ອງໃນໂອກາດຢ້ຽມຢາມ ສູນປະຕິບັດການຄວາມປອດໄພໄຊເບີ, ສູນຂໍ້ມູນແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃສ່ໃຈຂອງສະພາແຫ່ງຊາດ ຕໍ່ພາລະກິດສຳຄັນຂອງການພັດທະນາເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະວຽກງານການຮັກສາຄວາມປອດໄພໄຊເບີ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງປະເທດເຮົາ ໃນຍຸກສະໄໝດິຈິຕອນທີ່ກ້າວໜ້າຢ່າງວ່ອງໄວນີ້, ການຮັກສາຄວາມປອດໄພໄຊເບີບໍ່ແມ່ນພຽງແຕ່ເປັນວຽກບູລິມະສິດດ້ານເຕັກນິກເທົ່ານັນ, ແຕ່ເປັນເລື່ອງຂອງຄວາມໝັ້ນຄົງແຫ່ງຊາດ, ເສດຖະກິດ, ສັງຄົມ ແລະ ຊີວິດປະຈຳວັນຂອງປະຊາຊົນ. ໃນໄລຍະຜ່ານມາ ສູນດັ່ງກ່າວໄດ້ປະສົບຜົນສໍາເລັດ ການປ້ອງກັນການໂຈມຕີທາງໄຊເບີເປັນຈໍານວນຫຼາຍຄັ້ງ ແລະ ສາມາດໄດ້ຮັກສາຂໍ້ມູນສໍາຄັນຂອງລັດຖະບານ ລວມທັງລະບົບພື້ນຖານໂຄງລ່າງສໍາຄັນໄວ້ໄດ້ຢ່າງປອດໄພ ພ້ອມດຽວກັນນັ້ນ ກໍສະໜອງການບໍລິການດິຈິຕອນທີ່ມີຄຸນນະພາບໃຫ້ແກ່ປະຊາຊົນລາວຫຼາຍລ້ານຄົນ ຊຶ່ງເປັນຜົນງານທີ່ສ້າງຂຶ້ນມາດ້ວຍຄວາມພາກພູມໃຈ.

ໃນວາລະການຢ້ຽມຢາມ, ຄະນະຜູ້ແທນຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ ຂອງ ສູນປະຕິບັດການຄວາມປອດໄພໄຊເບີ, ສູນຂໍ້ມູນແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ ຈາກຫົວໜ້າ ແລະ ຄະນະສູນ ພ້ອມທັງໄດ້ສົນທະນາແລກປ່ຽນລະຫວ່າງ ສະມາຊິກສະພາແຫ່ງຊາດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ຕອນທ້າຍ ກໍໄດ້ນໍາພາຄະນະເຂົ້າຢ້ຽມຊົມຫ້ອງປະຕິບັດການຕົວຈິງຂອງ ສູນດັ່ງກ່າວ.

ພາບ ແລະ ຂ່າວ: ພຸດດາວອນ ພາສຸວັນ

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ