ກຕດ ຮ່ວມກັບ ກກ ຈັດສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ

18/06/2025

ກຕດ ຮ່ວມກັບ ກກ ຈັດສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2025, ທີ່ຫ້ອງປະຊຸມ ຊັ້ນ2, ຂອງກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ). ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ) ຮ່ວມກັບ ກົມກວດກາ (ກກ) ຈັດສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ. ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ສຸພາລັກ ສີລາເພັດ, ຮັກສາການຫົວໜ້າ ກົມກວດກາ ແລະ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າ ກົມເຕັກໂນໂລຊີດິຈິຕ໋ອນ ມີບັນດາຮອງຫົວໜ້າກົມ, ອຳນວຍການບໍລິສັດ ບິດຄິກ, ຮອງອຳນວຍການ ທະນາຄານຄຳລາວ, ຫົວໜ້າພະແນກ ທຸລະກິດທະນາຄານຄຳລາວ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວ ເຂົ້າຮ່ວມ ຈຳນວນ 60 ກວ່າທ່ານ.

ຈຸດປະສົງຂອງການຈັດສຳມະນາຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຊຸກຍູ້ສົ່ງເສີມການນຳໃຊ້ ເຕັກໂນໂລຊີດິຈິຕອນ ເຂົ້າໃນວຽກງານກວດກາ  ແລະ ເຜີຍແຜ່ການຫັນເປັນດິຈິຕອນ ຂອງຫົວໜ່ວຍທຸລະກິດ ເພື່ອສ້າງເສດຖະກິດດິຈິຕອນ ຢູ່ ສປປ ລາວ.  ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ໃນຫຼາຍຫົວຂໍ້ເຊັ່ນ: ລະບົບຊອບແວຣ ທີ່ນຳໃຊ້ ເຕັກໂນໂລຊີລະບົບເປີດ (open Source), ຈາກນັກວິທະຍາກອນຂອງກົມເຕັກໂນໂລຊີດິຈິຕ໋ອນ. ພ້ອມນັ້ນ ຍັງໄດ້ຮຽນຮູ້ລະບົບເຕັກໂນໂລຊີດິຈິຕ໋ອນ ເພື່ອສ້າງເສດຖະກິດຈິຕ໋ອນ, ຈາກບໍລິສັດ ບິດຄິກ ແລະ ການເຜີຍແຜ່ ວຽກງານ ແລະ ນະວັດຕະກຳທາງດ້ານການເງິນສະໄໝໃໝ່ ຂອງທະນາຄານ ຄຳ ລາວ. ໃນໂອກາດນີ້, ທາງທະນາ ຄານຄຳ ລາວ ຍັງເປີດບູດໃຫ້ບໍລິການແນະນຳຂໍ້ມູນການເປີດບັນຊີອອມຄຳ ໃຫ້ບັນດາທ່ານທີ່ເຂົ້າຮ່ວມການສຳມະນາ ທີ່ມີຄວາມສົນໃຈອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ