18/06/2025

ໃນຕອນແລງຂອງວັນທີ 16 ມິຖຸນາ 2025, ກົມເຕັກໂນໂລຊີດິຈິຕ໋ອນ ແລະ ກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກິດຈະກໍາກິລາບານເຕະມິດຕະພາບຂຶ້ນ. ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ນ. ສຸພາລັກ ສີລາເພັດ, ຮັກສາການຫົວໜ້າ ກົມກວດກາ ແລະ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຮັກສາການຫົວໜ້າ ກົມເຕັກໂນໂລຊີດິຈິຕ໋ອນ ມີບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ວິຊາການຈາກ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III. ພ້ອມນັ້ນ, ກໍ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງລະຫວ່າງອ້າຍ, ເອື້ອຍ, ນ້ອງພະນັກງານທັງສອງກົມ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ. ຊຶ່ງກິດຈະກໍາໄດ້ດໍາເນີນໄປດ້ວຍບັນຍາກາດເຕັມໄປທັງຮອຍຍິ້ມສຽງຫົວ ທັງໄດ້ສ້າງໂອກາດໃນການພົບປະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອີກດ້ວຍ.