19/06/2025

ໃນຕອນບ່າຍຂອງວັນທີ 18 ມິຖຸນາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີລົງນາມສັນຍາການຮ່ວມມື (MoA) ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະໄລ ແຫ່ງຊາດ ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນການພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ພ້ອມດ້ວຍທ່ານ ຮອງລັດຖະມົນຕີ ກຕສ, ຄະນະກົມ, ສູນ, ສະຖາບັນ, ຄະນະນຳຈາກຄະນະວິທະຍາສາດທຳມະຊາດ ມະຫາວິທະໄລ ແຫ່ງຊາດ ແລະ ນັກສຶກສາຂອງ ສຕສ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ກ່າວວ່າ: ພິທີການລົງນາມສັນຍາການຮ່ວມມື ຂອງທັງສອງພາກສ່ວນໃນຂົງເຂດວຽກງານການພັດທະນາບຸກຄະລາກອນ, ສ້າງຫຼັກສູດ, ການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ບໍລິການວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນຂົງເຂດວິທະຍາສາດຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ. ການຮ່ວມມືໃນຄັ້ງນີ້ຈະສຸມໃສ່ຂົງເຂດທີ່ສຳຄັນ ຄື: ພັດທະນາຫຼັັກສູດການສຶກສາໄລຍະສັ້ນ, ໄລຍະຍາວ ແລະ ສ້າງກິດຈະກໍາທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຂັ້ມແຂງ ຮອບດ້ານໃຫ້ແກ່ ຄູ-ອາຈານ ແລະ ນັກສຶກສາ, ແລກປ່ຽນບຸກຄະລາກອນບໍລິຫານ, ນັກວິຊາການ ແລະ ນັກສຶກສາ ເພື່ອຖອດຖອນບົດຮຽນດ້ານເຕັກນິກ-ວິຊາການ ແລະ ດ້ານບໍລິຫານການສຶກສາ, ຊຸກຍູ້ສົ່ງເສີມການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ບໍລິການວິຊາການ, ສ້າງນະວັດຕະກໍາໃໝ່ໃຫ້ກາຍເປັນຜະລິດຕະພັນທີ່ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ, ຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ສົ່ງເສີມຕໍ່ຍອດຜະລິດຕະພັນທີ່ມີແລ້ວ ເພື່ອຊຸກຍູ້ຜັນຂະຫຍາຍການຮ່ວມມືໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ.
ຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າ ສຕສ ແລະ ທ່ານ ຮສ. ປອ. ນາງ ວັນແສງ ຈຸນລະມະນີ ຮອງຄະນະບໍດີ ຄະນະວິທະຍາສາດທໍາມະຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ລັດຖະມົນຕີ ກຕສ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຄະນະກົມ, ສູນ, ສະຖາບັນ, ຄະນະນຳຈາກຄະນະວິທະຍາສາດທຳມະຊາດ ມະຫາວິທະໄລ ແຫ່ງຊາດ.
ພາຍຫຼັງສຳເລັດການລົງນາມສັນຍາການຮ່ວມມື, ທັງສອງຝ່າຍຍັງໄດ້ຮ່ວມປະຊຸມພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັນໃນວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດຂຶ້ນໄປເລື້ອຍໆ.
ຂ່າວ: ສຕສ