ກຕດ ໄດ້ຮ່ວມເປັນວິທະຍາກອນ ໃນຊຸດຝຶກອົບຮົມຄວາມຮູ້ພຶ້ນຖານກ່ຽວກັບ ເຮສໄອວີ/ພະຍາດເອດ ໃນວຽກງານໂຄສະນາສຸຂະສຶກສາ ແບບນະວັດຕະກຳໃໝ່, ຮູບແບບລະບົບດິຈິຕອນ ໂດຍຜ່ານສື່ສັງຄົມອອນລາຍ

19/06/2025

ກຕດ ໄດ້ຮ່ວມເປັນວິທະຍາກອນ ໃນຊຸດຝຶກອົບຮົມຄວາມຮູ້ພຶ້ນຖານກ່ຽວກັບ ເຮສໄອວີ/ພະຍາດເອດ ໃນວຽກງານໂຄສະນາສຸຂະສຶກສາ ແບບນະວັດຕະກຳໃໝ່, ຮູບແບບລະບົບດິຈິຕອນ ໂດຍຜ່ານສື່ສັງຄົມອອນລາຍ

          ຊຸດຝຶກອົບຮົມຄວາມຮູ້ພຶ້ນຖານ ກ່ຽວກັບ ເຮສໄອວີ/ພະຍາດເອດ ໃນວຽກງານໂຄສະນາສຸຂະສຶກສາແບບ ນະວັດຕະກຳໃໝ່, ຮູບແບບລະບົບດິຈິຕອນໂດຍຜ່ານສື່ສັງຄົມອອນລາຍ ໄດ້ຈັດຂຶ້້ນໂດຍສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນລະຫວ່າງວັນທີ 17-19 ມິຖຸນາ 2025, ທີ່ຫ້ອງປະຊຸມແຄ້ມໄຟຟ້າ, ທ່າລາດ ແຂວງວຽງຈັນ. ມີຜູ້ເຂົ້າຮ່ວມຈາກໜ່ວຍງານຕ້ານເອດ ແຂວງ ແລະ ທິມງານອາສາສະໝັກທີ່ເຮັດວຽກງານໃນຊຸມຊົນ 06 ແຂວງ ແລະ ນະຄອນຫຼວງ. ມີນັກວິທະຍາກອນ ຈາກ ສູນຕ້ານເອດ ແລະ ພຕພ, ອົງການ Chias ແລະ ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ.

          ຈຸດປະສົງ ກໍເພື່ອເປັນການໂຄສະນາ ເຂົ້າເຖິງກຸ່ມເປົ້າໝາຍສະເພາະໃຫ້ຮູ້ຄວາມໝາຍຄວາມສຳຄັນ ກ່ຽວກັບຄວາມຮູ້ຂອງເຮສໄອວີ ແລະ ພະຍາດເອດ, ການປ້ອງກັນເຮສໄອວີ/ພະຍາດເອດ ແບບນະວັດຕະກໍາໃໝ່ ໃນຮູບແບບການສ້າງວີດີໂອສັ້ນ ແລະ ເຂົ້າໃຈງ່າຍດ້ວຍລະບົບດິຈິຕອນ ໂດຍຜ່ານສື່ສັງຄົມອອນລາຍ. ໃນຊຸດຝຶກອົບຮົມດັ່ງກ່າວ, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖຶກຮັບເຊີນເຂົ້າຮ່ວມເປັນວິທະຍາກອນ ໂດຍທ່ານ ສຸລິຈັນ ວົງພະຈັນ, ຮອງຫົວໜ້າພະແນກ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ໄດ້ນຳສະເໜີກ່ຽວກັບພາລະບົດບາດຂອງ ກົມເຕັກໂນໂລຊີດິຈິຕ໋ອນ, ທ່ານ ວັນນະເລດ  ດາຣາວົງສຸກ,  ຮອງຫົວໜ້າພະແນກນະໂຍບາຍ ແລະ ຍຸດທະສາດ ໄດ້ນຳສະເໜີຄວາມຮູ້ພຶ້ນຖານດ້ານ AI (Artificial Intelligence), ການສ້າງຮູບພາບ ແລະ ພາບເຄື່ອນໄຫວດ້ວຍ ປັນຍາປະດິດ (AI) ໂດຍການໃຊ້ Gemini, Google studio, Capcut ແລະ ທ່ານ ນ. ທັດສະນີ ພົງບັນດິດ ວິຊາການພະແນກສັງລວມ, ໄດ້ນຳສະເໜີກ່ຽວ ກັບຄວາມຮູ້ພຶ້ນຖານດ້ານຄວາມປອດໄພຕໍ່ສື່ສັງຄົມອອນລາຍ. ນອກຈາກນັ້ນ, ນັກສຳມະນາກອນ ຍັງໄດ້ແບ່ງກຸ່ມ ເພື່ອສ້າງຄອນເທັນ ແລະ ຄິບວິດີໂອສັ້ນໃນຫົວຂໍ້ທີ່ຖືກຂັດເລືອກ ເພື່ອເຜີຍແຜ່ຄວາມເຂົ້າໃຈເລື່ອງ HIV  ອີກດ້ວຍ.

          ພາບ + ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ