ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ທັດສະນະສຶກສາ ແລກປ່ຽນບົດຮຽນຕອບຕ້ານການຫຼວກລວງທາງອອນລາຍ ຢູ່ ຣາຊະອານາຈັກໄທ

19/06/2025

ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ທັດສະນະສຶກສາ ແລກປ່ຽນບົດຮຽນຕອບຕ້ານການຫຼວກລວງທາງອອນລາຍ ຢູ່ ຣາຊະອານາຈັກໄທ

ໃນວັນທີ 16 ມິຖຸນາ 2025 ຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ສປປ ລາວ ໄດ້ເດີນທາງຢ້ຽມຢາມທັດສະນະສຶກສາ, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈີງ ໃນການແກ້ບັນຫາການຕົວະຍົວະຫຼອກລວງທາງອອນລາຍ ຂອງ ສູນປະຕິບັດການຕໍ່ຕ້ານອາດສະຍາກຳອອນລາຍ (AOC) ແລະ ສໍານັກງານຄະນະກໍາມະການຮັກສາຄວາມໝັ້ນຄົງປອດໄພໄຊເບີ ແຫ່ງຊາດ (NSCA) ຂອງ ຣາຊະອານາຈັກໄທ. ຕາງໜ້ານໍາພາຄະນະໂດຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານໃນ ຄຄອຊ ເປັນຕົ້ນແມ່ນ ກົມໃຫຍ່ຕໍາຫຼວດ, ກະຊວງ ປກສ (ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສືບສວນ-ສອບສວນ), ທະນາຄານແຫ່ງ ສປປ ລາວ (ກົມຄຸ້ມຄອງລະບົບການຊໍາລະ, ຫ້ອງການ, ກົມຄຸ້ມຄອງທະນາຄານທຸລະກິດ, ສໍານັກງານຂໍ້ມູນຕ້ານການຟອກເງິນ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສູນອິນເຕີເນັດ ແຫ່ງຊາດ, ອົງການດັດສົມໂທລະຄົມມະນາຄົມ, ກົມຄວາມປອດໄພໄຊເບີ, ຫ້ອງການ), ບັນດາທະນະຄານທຸລະກິດ ແລະ ບໍລິສັດໂທລະຄົມມະນາຄົມ ຈໍານວນໜຶ່ງ ລວມທັງໝົດ 19 ທ່ານ.

ໃນຕອນເຊົ້າ ຄະນະໄດ້ເດີນທາງຢ້ຽມຢາມ ສູນປະຕິບັດການຕໍ່ຕ້ານອາດສະຍາກຳອອນລາຍ (AOC) ໂດຍໄດ້ຮັບການຕ້ອນຮັບເປັນຢ່າງດີ ຈາກ ທ່ານ ປອ. ເອກກະພົງ ຣີ້ມຈະເລີນ ຫົວໜ້າກົມກວດກາ ກະຊວງ ດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ ຣາຊະອານາຈັກໄທ, ທັງເປັນຜູ້ອຳນວຍການສູນປະຕິບັດການຕໍ່ຕ້ານອາດສະຍາກຳອອນລາຍ (AOC) ແລະ ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເດີນທາງຢ້ຽມຢາມ ສໍານັກງານຄະນະກໍາມະການຮັກສາຄວາມໝັ້ນຄົງປອດໄພໄຊເບີ ແຫ່ງຊາດ (NSCA) ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ພົນອາກາດຕຣີ ຈາເດັດ ຄູຫະກ້ອງກິດ ຜູ້ຊ່ວຍເລຂາທິການສໍານັກງານຄະນະກໍາມະການຮັກສາຄວາມໝັ້ນຄົງປອດໄພໄຊເບີ ແຫ່ງຊາດ (NSCA).

ໂອກາດດັ່ງກ່າວ, ຄະນະຂອງຝ່າຍລາວ ໄດ້ຮັບຟັງການລາຍງານສະພາບການກໍ່ອາດສະຍາກຳທາງອອນລາຍ ໃນ ຣາຊະອານາຈັກໄທ ຈາກທັງສອງພາກສ່ວນ ຊຶ່ງໄດ້ຍົກໃຫ້ເຫັນບັນຫາການຕົວະຍົວະຫຼອກລວງທາງອອນລາຍ ທີ່ເປັນໄພຄຸກຄາມໄປທົ່ວໂລກ ແລະ ປະເທດໄທກໍເປັນປະເທດໜຶ່ງທີ່ຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີທາງໄຊເບີ ເພື່ອໂຈມຕີສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ ແລະ ສັງຄົມ, ຊຶ່ງທາງພາກສ່ວນ AOC ແມ່ນໄດ້ເອົາໃຈໃສ່ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍໂດຍດ່ວນທີ່ສຸດ, ດ້ວຍການສ້າງຕັ້ງສູນຮັບສາຍດ່ວນ (1441) ແຈ້ງເຫດ ແລະ ແກ້ໄຂທັນທີ ຕະຫຼອດ 24 ຊົ່ວໂມງ, ທີ່ມີຫຼາຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຄະນະ ເຊັ່ນ: ຕຳຫຼວດແຫ່ງຊາດ, ທະນາຄານ, ຜູ້ປະກອບການໂທລະຄົມມະນາຄົມ, ແລະ ກະຊວງ ອຸດສາກຳ ແລະ ການຄ້າ ເປັນຕົ້ນ. ສໍາລັບສຳນັກງານ NSCA ກໍໄດ້ເອົາໃຈໃສ່ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອບັນດາຫົວໜ່ວຍອົງກອນ ຂອງ ໄທ ໃຫ້ມີຄວາມຮັບປະກັນປອດໄພດ້ານໄຊເບີ ດ້ວຍຮູບການວາງນະໂຍບາຍຄວາມປອດໄພໄຊເບີລະດັບຊາດ, ສ້າງມາດຕະຖານຄວາມປອດໄພໄຊເບີຂອງຊາດ,​ ຊຸກຍຸ້ສົ່ງເສີມສ້າງຄວາມເຂັ້ມແຂງທາງດ້ານໄຊເບີ ໃຫ້ແຕ່ລະຂົງເຂດບໍລິການຂອງພາກລັດ ແລະ ເອກະຊົນ, ໂຄສະນາເຜີຍແຜ່ໄພຄຸກຄາມດ້ານໄຊເບີ ໃຫ້ປະຊາຊົນໃນທົ່ວປະເທດໄດ້ຮັບຊາບ. ໃນໂອກາດດັ່ງກ່າວ, ຄະນະຝ່າຍລາວ ກໍໄດ້ມີຫຼາຍຄຳຖາມເຈາະຈີ້ມເພື່ອແລກປ່ຽນບົດຮຽນຕົວຈິງຢ່າງກົງໄປກົງມາ ກ່ຽວກັບປະສົບການ, ວິທີການແກ້ໄຂບັນຫາການຫຼອກລວງທາງອອນລາຍຢ່າງເລີກເຊິ່ງ ແລະ ຝ່າຍໄທກໍເຫັນດີຈະສືບຕໍ່ຮ່ວມມື ເພື່ອແກ້ໄຂບັນຫາອາດສະຍາກຳທາງອອນລາຍ ຮ່ວມກັນໃນອານະຄົດ.

ຂ່າວ: ກອງເລຂາ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ