ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງ 03 ໜ່ວຍພັກ ພາຍໃນ ກຕສ

23/06/2025

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງ 03 ໜ່ວຍພັກ ພາຍໃນ ກຕສ

ໜ່ວຍພັກຮາກຖານ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ສູນບໍລິຫານລັດດິຈິຕອນ ແລະ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ ຂອງພັກປະຊາຊົນປະຕິວັດລາວ ໃນຕອນບ່າຍຂອງວັນທີ 19 ມິຖຸນາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ,  ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ ຂອງທັງ 03 ໜ່ວຍພັກ ເຂົ້າຮ່ວມ ຈໍຳນວນ 58 ກວ່າສະຫາຍ.

ໃນພິທີດັ່ງກ່າວ, ສະຫາຍເລຂາ, ຮອງເລຂາໜ່ວຍພັກ ທັງ 03 ພາກສ່ວນ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຮາກຖານ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈໍານວນ 02 ສະຫາຍ (ຍິງ); ໜ່ວຍພັກຮາກຖານ ສູນບໍລິຫານລັດດິຈິຕອນ ຈໍານວນ 02 ສະຫາຍ, ຍິງ 01 ສະຫາຍ ແລະ ໜ່ວຍພັກຮາກຖານ ກົມຄື້ນຄວາມຖີ່ວິທະຍຸສື່ສານ ຈໍານວນ 05 ສະຫາຍ, ຍິງ 03 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍປະທານ ຍັງໄດ້ໃຫ້ກຽດມອບມະຕິຕົກລົງ ພ້ອມທັງໂອ້ລົມ ແລະ ກ່າວສະແດງຄວາມຍິນດີ ຍ້ອງຍໍຊົມເຊີຍ ຕໍ່ສະຫາຍສະມາຊິກພັກສຳຮອງໃໝ່ ທີ່ໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າເປັນສະມາຊິກພັກສຳຮອງໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກສຳຮອງໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ທິດສະດີການເມືອງ ເພື່ອສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ມີແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີ ເປັນແບບຢ່າງນຳໜ້າແກ່ມະຫາຊົນໃນທຸກຂະບວນການ. ພ້ອມທັງ ສຸມທຸກສະຕິປັນຍາ ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະ ກໍຄືວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ