ກອງປະຊຸມສໍາມະນາການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum”.

24/06/2025

ກອງປະຊຸມສໍາມະນາການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum”.

ສູນບໍລິຫານລັດດິຈິຕອນ , ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ (MOIS), ສໍານັກງານບໍລິການຂໍ້ມູນສາທາລະນະແຫ່ງຊາດ ສ.ເກົາຫຼີ (NIA) ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບກັບ ການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum” ຂຶ້ນເມື່ອວັນທີ 19 ມິຖຸນາ 2025, ທີ່ ໂຮງແຮມດັບໂບທຣີ (DoubleTree by Hilton Hotel), ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ Jung Yung-Soo, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ, ມີຄະນະຜູ້ແທນລະດັບສູງຈາກບັນດາປະເທດເຂົ້າຮ່ວມ ເຊັ່ນ: ທ່ານ ຈຸງກິວ ລິມ (Mr. Jungkyu LIM) ຫົວໜ້າຫ້ອງການສຳນັກງານບໍລິການສາທາລະນະ, ຫ້ອງການລັດຖະບານດິຈິຕອນ ແລະ ນະວັດຕະກໍາ, ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ; ປະທານສໍານັກງານບໍລິການຂໍ້ມູນສາທາລະນະແຫ່ງຊາດ ສ.ເກົາຫຼີ (NIA); ຜູ້ຕາງໜ້າຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຣາຊະອານາຈັກ ກໍາປູເຈຍ; ກະຊວງບໍລິຫານ ແລະ ປະຕິຮູບສໍານັກງານ ອິນໂດເນເຊຍ ແລະ ສູນບໍລິຫານລັດດິຈິຕອນ ສປປ ລາວ ພ້ອມດ້ວຍບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ. ນອກນັ້ນ ຍັງມີອົງການລະຫວ່າງປະເທດເຂົ້າຮ່ວມ ເຊັ່ນ: KOICA, KOTRA ພ້ອມດ້ວຍຄະນະ ລວມຈໍານວນທັງໝົດ 130 ທ່ານ. 

ຈຸດປະສົງຂອງງານສໍາມະນາດັ່ງກ່າວ ແມ່ນຈັດຂຶ້ນພາຍໃຕ້ໂຄງການການຮ່ວມມື ລັດດິຈິຕອນ ລາວ-ເກົາຫຼີ (2023-2025) ເພື່ອເປັນເວທີໃນການແລກປ່ຽນບົດຮຽນທາງດ້ານການວາງນະໂຍບາຍ ແລະ ແນວທາງການພັດທະນາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນວຽກງານລັດຖະບານດິຈິຕອນ ໂດຍມີເປົ້າໝາຍເພື່ອຊຸກຍູ້ການສ້າງລະບົບນິເວດປັນຍາປະດິດ (AI) ໃນການສົ່ງເສີມການຮ່ວມມືດ້ານດິຈິຕອນລະຫວ່າງປະເທດໃນພາກພື້ນອາຊຽນ ແລະ ສ.ເກົາຫຼີ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນບບົດຮຽນ ແຜນຫັນເປັນລັດຖະບານດິຈິຕອນຂອງແຕ່ລະປະເທດ ແລະ ສະເໜີບັນດາເຕັກໂນໂລຊີ ຂອງ ສ.ເກົາຫຼີ ເປັນຕົ້ນແມ່ນ ລະບົບຂໍ້ມູນທ້ອງຖິ່ນ ແລະ ລະບົບພາສີທັນສະໄໝ (UNI-PASS). 

ໃນເວທີສໍາມະນາ, ທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ລາຍງານຜົນຂອງການດໍາເນີນງານຂອງໂຄງການ ການຮ່ວມມື ສູນລັດດິຈິຕອນ ລາວ-ເກົາຫຼີ ໃນໄລຍະ3​ປີ ຜ່ານມາ ເປັນຕົ້ນແມ່ນ ໄດ້ສໍາເລັດຍຸດທະສາດການພັດທະນາການບໍລິການລັດ (Digital Service Roadmap 10 ປີ) ຊຶ່ງການສືກສາດັ່ງກ່າວນີ້ ໄດ້ຊ່ວຍໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ສໍາເລັດຮ່າງຍຸດທະສາດຫັນເປັນລັດດິຈິຕອນ 10 ປີ ທີ່ລັດຖະບານຮັບຮອງໂດຍຫຼັກການໃນຕົ້ນເດືອນກຸມພາ 2025, ສໍາເລັດ ບົດແນະນໍາການປັບປຸງຕົວຊີ້ວັດ UN EGOV index, ໄດ້ເຮັດໃຫ້ ສປປ ລາວ ມີຄະແນນດີຂຶ້ນຈາກ 159 ເປັນ 152 (ດີຂຶ້ນ 7 ລໍາດັບ), ໄດ້ສໍາເລັດບົດການສຶກສາ ການສ້າງມາດຕະຖານການເຊື່ອມຕໍ່  (E-Government Interoperability Framework) ຊຶ່ງຜົນຂອງການສືກສາໄດ້ຊ່ວຍໃຫ້ ສູນບໍລິຫານລັດດິຈິຕອນ ສືບຕໍ່ຄົ້ນຄວ້າ ຮ່າງດໍາລັດ ວ່າດ້ວຍ ມາດຕະຖານການເຊື່ອມຕໍ່ພາກລັດ ຊຶ່ງມີແຜນຈະເອົາເຂົ້າກອງປະຊຸມລັດຖະບານໃນທ້າຍປີ 2025 ແລະ ໄດ້ນໍາສົ່ງພະນັກງງານລັດເຂົ້າຮ່ວມແລກປ່ຽນ ແລະ ຝືກອົບຮົມ ທີ່ ສ.ເກົາຫຼີ 25 ເທື່ອຄົນ. ພ້ອມນັ້ນ, ກໍໄດ້ສະເໜີແຜນການຮ່ວມມືຕໍ່ໜ້າ ໂດຍສະເພາະໂຄງການຊ່ວຍເຫຼືອລ້າ ໃນການພັດທະນາສ້າງສູນຝືກອົບຮົມລັດດິຈິຕອນ 2026-2029.

ໃນໂອກາດນີ້ ຍັງຖືເປັນການສະເຫຼີມສະຫຼອງວາລະຄົບຮອບ 30 ປີ ແຫ່ງການສະຖາປະນາຄວາມສໍາພັນທາງການທູດລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ອີກດ້ວຍ, ຊຶ່ງໄດ້ເປັນບາດກ້າວສໍາຄັນໃນການຮັດແໜ້ນຄວາມຮ່ວມມືທະວິພາຄີໃນດ້ານການພັດທະນາລັດຖະບານດິຈິຕອນ ແລະ ນະວັດຕະກໍາພາກລັດໃນອະນາຄົດ.

ຂ່າວ: ສຸນບໍລິຫານລັດດິຈິຕອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ