25/06/2025

ໃນຕອນເຊົ້າວັນທີ 18 ມິຖຸນາ 2025 ຜ່ານມາ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຸງກິວ ລິມ (Mr. Jungkyu LIM) ຫົວໜ້າຫ້ອງການສຳນັກງານບໍລິການສາທາລະນະ, ຫ້ອງການລັດຖະບານດິຈິຕອນ ແລະ ນະວັດຕະກຳ, ກະຊວງພາຍໃນ ແລະ ຄວາມປອດໄພແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະ. ການຢ້ຽມຢາມຂອງຄະນະ ແມ່ນເພື່ອ ຮ່ວມກັນຈັດກອງປະຊຸມສໍາມະນາກ່ຽວກັບ ການຮ່ວມມລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum” ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ຄົບຮອບ 30 ປີ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ, ໂຄງການ ພາຍໃຕ້ກອບການຮ່ວມມື ສູນລັດດິຈິຕອນ ລາວ-ເກົາຫຼີ 2023-2025 ແລະ ໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຄອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ). ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ສ.ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ການພັດທະນາດິຈິຕອນ ຂອງ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການສະໜອງຊ່ຽວຊານວິຊາການລະດັບສູງ ແລະ ການສະໜັບສະໜູນໂຄງການໃນຮູບແບບ ODA ແລະ ການກໍ່ສ້າງບຸກຄະລາກອນ.
ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ປືກສາຫາລື ກາລະໂອກາດໃນການຂະຫຍາຍຄວາມຮ່ວມມືໃນອະນາຄົດ ໂດຍສະເພາະ ໂຄງການທີ່ ສປປ ລາວ ໄດ້ນໍາສະເໜີເພື່ອຂໍການຊ່ວຍເຫຼືອຈາກ ລັດຖະບານ ສ.ເກົາຫຼີ ເປັນຕົ້ນແມ່ນ ການສ້າງສູນຝືກອົບຮົບ ລັດຖະບານດິຈິຕອນ ຢູ່ ສປປ ລາວ ແລະ ການສືບຕໍ່ຂະຫຍານການຮ່ວມມື ສູນຮ່ວມມື ລັດດິຈິຕອນ ລາວ-ເກົາຫຼີ 2026-2029 ພາຍໃຕ້ແນວທາງນະໂຍບາຍຂອງລັດຖະບານ ໃນການຫັນເປັນດິຈິຕອນແບບຍືນຍົງ.
ຂ່າວ: ສູນບໍລິຫານລັດດິຈິຕອນ