ລາວ-ອົສຕຣາລີ ເປີດຊຸດຝຶກອົບຮົມ ໃນຫົວຂໍ້: ການຕອບໂຕ້ເຫດສຸກເສີນທາງໄຊເບີ

25/06/2025

ລາວ-ອົສຕຣາລີ ເປີດຊຸດຝຶກອົບຮົມ ໃນຫົວຂໍ້: ການຕອບໂຕ້ເຫດສຸກເສີນທາງໄຊເບີ

ເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ເສີມສ້າງທັກສະດ້ານການຕອບໂຕ້ຕໍ່ເຫດການສຸກເສີນທາງໄຊເບີ ຊຶ່ງເປັນບາດກ້າວລິເລີ່ມຂອງການຮ່ວມມື ເພື່ອຜັນຂະຫຍາຍ ແລະ ພັດທະນາວຽກງານຄວາມປອດໄພໄຊເບີໃຫ້ເຂັ້ມແຂງ ແລະ ສ້າງພື້ນຖານຄວາມປອດໄພໃຫ້ຄົນຮຸ່ນໃໝ່ ໄດ້ເຂົ້າໃຈບາດກ້າວອັນສໍາຄັນຕໍ່ກັບການເສີມຂະຫຍາຍຄວາມສາມາດ ເພື່ອຕອບສະໜອງຕໍ່ໄພຄຸກຄາມທາງໄຊເບີໃຫ້ມີປະສິດທິຜົນ. ໃນວັນທີ 23 ມິຖຸນາ 2025 ນີ້, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ. ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈໍາ ສປປ ລາວ ໄດ້ເປີດຊຸດຝືກອົບຮົມ ໃນຫົວຂໍ້: “ການຕອບໂຕ້ເຫດສຸກເສີນທາງໄຊເບີ” ເພື່ອສ້າງຂີດຄວາມສາມາດດ້ານຄວາມປອດໄພທາງໄຊເບີ ແນໃສ່ເພີ່ມທະວີການກຽມພ້ອມ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ. ເຂົ້າຮ່ວມເປັນປະທານກ່າວເປີດໂດຍ ທ່ານ ນາງ ພິຊິດໄພ ກອກມິລາ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ, ກຕສ ແລະ ທ່ານ ອາລັນ ໄອ (Mr Allen Ai) ເລຂານຸການເອກ, ສະຖານທູດອົສຕຣາລີ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກົມພາຍໃນ ກຕສ, ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ຂະແໜງການສຶກສາ ເຂົ້າຮ່ວມ 20 ກວ່າທ່ານ.

ໃນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການຕອບໂຕ້ເຫດການສຸກເສີນ, ເຄື່ອງມື ແລະ ເຂົ້າໃຈລະອຽດຕໍ່ກັບຂັ້ນຕອນ,ວິທີການຕອບໂຕ້, ຂອດການປະສານງານ, ບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ, ການຄຸ້ມຄອງຄວາມສ່ຽງ, ຈຸດອ່ອນ, ວິທີແກ້ໄຂ ແລະ ການສື່ສານກັບຜູ້ມີສ່ວນຮ່ວມໃນອົງກອນຕ່າງໆ. ໄດ້ຮຽນຮູ້ ແລະ ເຮັດແບບຝຶກຫັດ Cybersecurity Tabletop Exercise ເປັນການຈຳລອງເຫດການທາງໄຊເບີ ທີ່ເປັນເປົ້າໝາຍສົ່ງຜົນກະທົບຕໍ່ຂະແໜງການສຶກສາຂອງລາວ. ຊຶ່ງແບບຝຶກຫັດດັ່ງກ່າວ ຖືກອອກແບບມາເພື່ອທົດສອບການປະສານງານ ລະຫວ່າງອົງກອນ ແລະ ການຕັດສິນໃຈໃນເວລາເລັ່ງດ່ວນ.

ການຝຶກອົບຮົມໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ, ບັນດາກະຊວງອ້ອມຂ້າງ, ຂະແໜງການທີ່ເຮັດວຽກຕິດພັນ ແລະ ສະຖານທູດ ອົສຕຣາລີ ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການສ້າງທັກສະ, ຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະຫວ່າງຜູ້ເຂົ້າຮ່ວມກັບຜູ້ຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນລະອຽດ ກ່ຽວກັບ ແນວທາງ ແລະ ວິທີການປະຕິບັດງານ ເພື່ອຮັບປະກັນສະພາບແວດລ້ອມທາງອອນລາຍທີ່ປອດໄພຂອງ ສປປ ລາວ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ຂ້າມຂະແໜງ. ຄວາມປອດໄພທາງໄຊເບີເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກຄົນ. ຊຸດຝຶກອົບຮົມນີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານລາວ ແລະ ລັດຖະບານອົສຕຣາລີ ໃນການສ້າງຄວາມເຂັ້ມແຂງທາງດ້ານດິຈິຕອນທົ່ວທຸກຂະແໜງການ ແລະ ຮັບປະກັນຄວາມປອດໄພຂອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ. ຊຸດຝຶກອົບຮົມດັ່ງກ່າວ ຈະດໍາເນີນໄປເປັນເວລາ 04 ວັນຈຶ່ງຈະສໍາເລັດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ