ສໍາເລັດການຈັດງານແຂ່ງຂັນ ຜະລິດຕະພັນດິຈິຕອນລາວ ຫຼື Lao Digital Award 2025

24/06/2025

ສໍາເລັດການຈັດງານແຂ່ງຂັນ ຜະລິດຕະພັນດິຈິຕອນລາວ ຫຼື Lao Digital Award 2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສໍາເລັດການຈັດງານແຂ່ງຂັນ ຜະລິດຕະພັນດິຈິຕອນລາວ ຫຼື Lao Digital Award 2025 ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມີຖຸນາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ງານດັ່ງກ່າວ ແມ່ນໜຶ່ງໃນກິດຈະກໍາສືບຕໍ່ຈາກງານສັບປະດາດິຈິຕອນລາວ 2025 ທີ່ຈັດຂຶ້ນໃນເດືອນ ເມສາ ຜ່ານມາ, ຊຶ່ງມີຈຸດປະສົງເພື່ອສົ່ງເສີມຂະແໜງພາກລັດ, ຫົວໜ່ວຍທຸລະກິດໄອຊີທີ,​ ແນວຄວາມຄິດຂອງສະຕາດອັບ ໃນການປະດິດສ້າງເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາຂອງປະເທດ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍເປັນການສ້າງຂະບວນການ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ,​ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນຟົດຟື້ນ. 

ໃນການແຂ່ງຂັນຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນ ແລະ ນັກສຶກສາ ຊຶ່ງໄດ້ສົ່ງຜະລິດຕະພັນຂອງຕົນເຂົ້າຮ່ວມແຂ່ງຂັນ ຈໍານວນ 31 ທີມ ເພື່ອຊີງລາງວັນຫຼາຍກວ່າ 100 ລ້ານກີບ. ການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 5 ໝວດ ຄື: ໝວດສົ່ງເສີມພັດທະນາສັງຄົມ, ໝວດເນື້ອໃນດິຈິຕອນ, ໝວດນະວັດຕະກຳດິຈິຕອນ, ໝວດນັກສຶກສາ-ສະຕາດອັບແນວຄິດສ້າງສັນ ແລະ ໝວດ Lao Cyber Hacking. ເວທີການແຂ່ງຂັນແຫ່ງນີ້ ຍັງເປັນການຄັດເລືອກເອົາຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນງານລະດັບອາຊຽນ ຫຼື ອາຊຽນດິຈິຕອນອາວອດ ທີ່ຈະຈັດຂຶ້ນ ຢູ່ ສສ ຫວຽດນາມ ໃນທ້າຍປີ ແລະ ເວທີແຂ່ງຂັນອື່ນໆໃນຕໍ່ໜ້າ.

ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ,​ ຫົວໜ້າຄະນະຮັບຜິດຊອບຈັດງານແຂ່ງຂັນ ຜະລິດຕະພັນດິຈິຕອນລາວ 2025, ຊຶ່ງມີບັນດາກໍາມະການຕັດສິນ, ອະນຸກຳມະການແຂ່ງຂັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສຳລັບຜົນການແຂ່ງຂັນ ໝວດສົ່ງເສີມພັດທະນາສັງຄົມ: ລາງວັນຊະນະເລີດ ໄດ້ແກ່ variGO+ ຈາກ ບໍລິສັດ VARI Co., Ltd; ຮອງຊະນະເລີດ ອັນດັບ 1 ໄດ້ແກ່ ລະບົບຄຸ້ມຄອງການອອກອະນຸຍາດດ້ານເຕັກໂນໂລຊີດິຈິຕອນ ຈາກ ກົມເຕັກໂນໂລຊີດິຈິຕອນ; ຮອງຊະນະເລີດ ອັນດັບ 2 ໄດ້ແກ່ Go2Green Recycle Waste Collection ຈາກບໍລິສັດ Go2Green Sole Co., Ltd; ລາງວັນຊົມເຊີຍ ໄດ້ແກ່ ລະບົບບໍລິການພາກລັດປະຕູດຽວ (GOV-X) ຈາກ ສູນບໍລິຫານລັດດິຈິຕອນ ແລະ ByteCode ຈາກ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ.

ໝວດເນື້ອໃນດິຈິຕອນ: ລາງວັນຊະນະເລີດ ໄດ້ແກ່ LAO TV ຈາກ ບໍລິສັດ ສະຕາໂທລະຄົມ; ຮອງຊະນະເລີດ ອັນດັບ 1 ໄດ້ແກ່ KONMANART ຈາກບໍລິສັດຄົນມັນອາດ; ຮອງຊະນະເລີດ ອັນດັບ 2​ ໄດ້ແກ່ PAICOM Card Game ຈາກ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ; ລາງວັນຊົມເຊີຍ ໄດ້ແກ່ LONG HUG – ECO ຈາກສະຖາບັນເຕັກໂນໂລຊີ ສຸດສະກະ.

ໝວດນະວັດຕະກໍາດິຈິຕອນ: ລາງວັນຊະນະເລີດ ໄດ້ແກ່ Smart Monitoring System for Climate Change and Environmental Impacts in Manufacturing Companies ຈາກພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ; ຮອງຊະນະເລີດ ອັນດັບ 1 ໄດ້ແກ່ ລະບົບກວດຈັບມົນລະພິດທາງອາກາດ, ແຈ້ງເຕືອນຕາມເວລາຈິງ ແລະ ພະຍາກອນລ່ວງໜ້າໂດຍນຳໃຊ້ ໄອຊີທີ ຈາກສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ; ຮອງຊະນະເລີດ ອັນດັບ 2 ໄດ້ແກ່ SWITCHEV Lao ຈາກ ບໍລິສັດ ສະວິສ ອີວີ ລາວ ຈໍາກັດ; ລາງວັນຊົມເຊີຍ ໄດ້ແກ່ HelpNow ຈາກ ມະຫາວິທະຍາໄລແຫ່ງຊາດ ແລະ Tacking flash floods using Ai and Machine Learning ຈາກ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.

ໝວດນັກສຶກສາ-ສະຕາດອັບແນວຄິດສ້າງສັນ: ລາງວັນຊະນະເລີດ ໄດ້ແກ່ Lao Bus ຈາກຄະນະວິສະວະກຳສາດ; ຮອງຊະນະເລີດ ອັນດັບ 1 ໄດ້ແກ່ ServiceBro ຈາກສະຖາບັນເຕັກໂນໂລຊີສຸດສະກະ; ຮອງຊະນະເລີດ ອັນດັບ 2 ໄດ້ແກ່ FITVERSE-Training unleashed (Fitness App) ຈາກ ນັກພັດທະນາອິດສະຫຼະ FE Team; ລາງວັນຊົມເຊີຍ ໄດ້ແກ່ Local Draw ຈາກ ຄະນະເສດຖະສາດ ແລະ KhaoLaoTech ຈາກ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.

ໝວດ Lao Cyber Hacking: ທີມຊະນະເລີດ ໄດ້ແກ່ ທີມ LOYO (ນັກສຶກສາ), ທີມ OneDay (ບຸກຄົນທົ່ວໄປ) ແລະ ທີມ It’s over 9000 ms (ນັກສຶກສາ).

ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ