ກອງປະຊຸມໂຄສະນາເຜີຍແຜ່ ແລະ ຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ

25/06/2025

ກອງປະຊຸມໂຄສະນາເຜີຍແຜ່ ແລະ ຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ

ກະຊວງເຕັກໂນໂລຊີ ແລະ ການສື່ສານຮ່ວມກັບ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຂຶ້ນໃນວັນທີ 20 ມິຖຸນາ 2025 ຜ່ານມາ, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຫຼັກ 3). ໃຫ້ກຽດເປັນປະທານກ່າວເປີດໂດຍ  ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີເລຂາ, ປະທານກວດກາ ຄະນະພັກ/ໜ່ວຍພັກຮາກຖານ ບັນດາກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ແລະ ນັກສຶກສາ ຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມທັງໝົດ 250 ສະຫາຍ/ຍິງ 95 ສະຫາຍ.

ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ໄດ້ກ່າວວ່າ: ວຽກງານຕິດຕາມຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ຂອງພະນັັກງານ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ໃນບົດບາດການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ. ເພາະວ່າ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກງານທີ່ຕິດພັນກັບທຸກໆຂົງເຂດວຽກງານ, ເປັນວຽກທີ່ຄະນະພັກແຕ່ລະຂັ້ນຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກນີ້, ສະຫາຍ ຍັງໄດ້ຮຽກຮ້ອງເຖິງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຮັບຟັງການໂຄສະນາເຜີຍແຜ່ ຈາກອົງການກວດກາແຫ່ງລັດໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຢ່າງປະດິດສ້າງ, ຖືກຕ້ອງຕາມຫຼັກການ, ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ແລະ ແຕ່ລະຂົງເຂດວຽກງານຂອງຕົນ. 

ໂອກາດນີ້, ສະຫາຍ ເທບພະໄທ ພັນກ້າ ຮັກສາການເລຂາໜ່ວຍພັກຮາກຖານກົມ, ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ ກໍໄດ້ເຜີຍແຜ່ ແລະ ນຳສະເໜີ ເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ; ການຊີ້ນຳ, ບັນຊາວຽກງານກວດກາ ແລະ ການຕ້ານການສໍ້ລາດບັງຫຼວງ. ນອກຈາກນີ້, ສະຫາຍ ສອນທະວີ ວິໄລສັກ ວິຊາການ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ກໍໄດ້ເຜີຍແຜ່ ແລະ ນຳສະເໜີເອກະສານ ການແຈ້ງຊັບສິນ ແລະ ລາຍຮັບ.

ໃນຕອນທ້າຍ, ສະຫາຍ ນາງ ສຸພາລັກ ສີລາເພັດ ເລຂາໜ່ວຍພັກຮາກຖານກົມ,​ ຮັກສາການຫົວໜ້າກົມກວດກາ, ກຕສ ໄດ້ມີຄຳເຫັນໃນກອງປະຊຸມ ຊຶ່ງຮຽກຮ້ອງມາຍັງຄະນະກວດກາທຸກຂັ້ນ, ພະນັກງານຜູ້ເຮັດວຽກງານກວດກາທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ໃນການເຮັດໜ້າທີ່ຕໍ່ວຽກງານກວດກາຢ່າງແຂງແຮງ ແລະ ນຳເອົາເນື້ອໃນຈິດໃຈກອງປະຊຸມໂຄສະນາເຜີຍແຜ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີໝາກຜົນຄວາມສຳເລັດເປັນກ້າວໆ.

ຂ່າວ: ກົມກວດກາ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ