ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊື່ອມຊຶມເອກະສານສໍາຄັນຂອງພັກ ແລະ ມອບໃບນາມມະຍົດ ໃຫ້ໜ່ວຍພັກ
27/06/2025

ກົມຈັດຕັ້ງ-ພະນັກງານ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ພິທີມອບ-ຮັບ ໃບຢັ້ງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ຈັດຂຶ້ນວັນທີ 26 ມິຖຸນາ 2025 ທີ່ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຈ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການເປັນປະທານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫ້ອງການ ກົມ ສະຖາບັນ ແລະ ຂະແໜງານການອ້ອມຂ້າງກະຊວງ ເຂົ້າຮ່ວມ 200 ກວ່າສະຫາຍ.