ກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ຮ່ວມກັບບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

27/06/2025

ກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ຮ່ວມກັບບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

 

ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2025 ຜ່ານມາ, ​ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກ​ຕ​ສ) ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk), ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກຕ​ສ, ໂດຍມີ ບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ ບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈຳນວນ 30 ທ່ານ.
​ ໃນພິທີເປີດ, ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ມີຄຳເຫັນ ແລະ ກ່າວເຖິງຄວາມສຳຄັນຂອງການຫັນເປັນດິຕິຕອນ ໂດຍສະເພາະແມ່ນເສົາຄໍ້າ “ລັດຖະບານດິຈິຕອນ” ໃນນັ້ນເພື່ອເປັນຂໍ້ມູນປັບປຸງ ພັດທະນາລະບົບບໍລິການ ແລະ ບໍລິຫານລັດດິຕິຕອນ ໃຫ້ມິປະສິດຕິພາບ ແລະ ປະສິດຕິຜົນສູງຂື້ນນັ້ນ ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ເປັນຊ່ອງທາງໜຶ່ງ ໃນການຮັບເອົາ ຂໍ້ສະເໜີ, ບັນຫາທີ່ພົບ ແລະ ຍັງມີຂໍ້ມູນການແກ້ໄຂບັນຫາໃຫ້ກັບຜູ້ນໍາໃຊ້ລະບົບບໍລິການຕ່າງໆ ຂອງ ສລດ ນໍາອີກ. ລະບົບດັ່ງກ່າວເປັນລະບົບຈັດການ ການແຈ້ງບັນຫາຂອງການນຳໃຊ້ລະບົບຕ່າງໆ ໃນຮູບແບບ “Ticket” ເພື່ອໃຫ້ສາມາດຈັດເກັບ, ຕິດຕາມ, ສັງລວມການຮັບແຈ້ງ ແລະ ແກ້ໄຂບັນຫາຕ່າງໆ ພ້ອມທັງຈັດໝວດໝູ່ ແລະ ຈັດລຽງລຳດັບຄວາມສຳຄັນຂອງບັນຫາ ເພື່ອໃຫ້ຜູ້ຄຸ້ມຄອງລະບົບສາມາດແກ້ໄຂບັນຫາຕ່າງໆໃຫ້ຖືກຕ້ອງຕາມຄວາມສຳຄັນ ແລະ ເລັ່ງດ່ວນຂອງບັນຫານັ້ນໆ.
ໃນກອງປະຊຸມ, ສລດ ໄດ້ນຳສະເໜີສະພາບລວມຂອງລະບົບ ແລະ ວິທີການນຳໃຊ້ ລະບົບ G-Helpdesk ໂດຍຫຍໍ້ ແລະ ຍົກໃຫ້ເຫັນ ຂໍ້ດີ ແລະ ຄວາມສຳຄັນຂອງການນຳໃຊ້ລະບົບ G-Helpdesk ເຂົ້າໃນວຽກງານການຄຸ້ມຄອງບັນດາລະບົບ ໂປຣແກຣມ ແລະ ພລັດຟອມຕົວຈິງ ເພື່ອເກັບກໍາບັນຫາ, ສະຫຼຸບ, ໄຈ້ແຍກບັນຫາ, ແກ້ໄຂບັນຫາໄດ້ທັນເວລາ, ການຕິດຕາມການນໍາໃຊ້, ວຽກຄຸ້ມຄອງລະບົບ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກໍໄດ້ມີການປະກອບຄຳຄິດຄຳເຫັນຕໍ່ກັບການນຳໃຊ້ລະບົບຂອງຝັ່ງຜູ້ນໍາໃຊ້ (Customer) ແລະ ຜູ້ຄຸ້ມຄອງລະບົບ (Agent) ຊຶ່ງກອງປະຊຸມໄດ້ສຳເລັດລົງ ໃນເວລາ 12:00 ຂອງມື້ດຽວກັນ.
ຂ່າວໂດຍ: ພູ​ຊະ​ນະ ສິ​ລິ​ວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ