27/06/2025

ໃນລະຫວ່າງ 19 ພຶດສະພາ - 18 ມິຖຸນາ 2025 ພະນັກງານ-ວິຊາການ ກົມເຕັກໂນໂລຊິດິຈິຕ໋ອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ “ການເສີມສ້າງຄວາມອາດສາມາດ ໃນການດໍາເນີນງານດ້ານຄວາມຫມັ້ນຄົງ ໃນຂົງເຂດພາກພື້ນແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ” (Training Course Enhancing Regional Security Governance Capacity in the Lancang-Mekong region) ທີ່ສູນຄົ້ນຄວ້າກົດໝາຍຈີນ-ອາຊຽນ, ມະຫາວິທະຍາໄລ ວິທະຍາສາດການເມືອງ ແລະ ກົດໝາຍຕາເວັນຕົກສ່ຽງໄຕ້ (SWUPL) ນະຄອນຊົງຊິງ, ສປ ຈີນ. ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດລຸ່ມແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ (ລາວ, ໄທ, ມຽນມາ, ຫວຽວນາມ ແລະ ກໍາປູເຈຍ) ທັງໝົດ 23 ທ່ານ, ຕາງໜ້າຈາກ ສປປ ລາວເຂົ້າຮ່ວມຝຶກອົບຮົມດັ່ງກ່າວປະກອບມີ: ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ຍຸດຕິທໍາ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສະພາປະຊາຊົນແຂວງ ຈໍາປາສັກ ແລະ ສະພາປະຊາຊົນແຂວງ ບໍລິຄໍາໄຊ.
ຈຸດປະສົງຂອງການຈັດຝຶກອົບຮົມດັ່ງກ່າວແມ່ນ ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ ເຈົ້າໜ້າທີ່ພະນັກງານລັດຖະກອນຈາກຂະແໜງການທີ່ກ່ຽວຂ້ອງ, ເນັ້ນໜັກທາງດ້ານກົດໝາຍ, ທິດສະດີ ແລະ ນະໂຍບາຍຕ່າງໆ ໃນການເສີມສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ເຈົ້າໜ້າທີ່ ບັນດາປະເທດພາກພື້ນແມ່ນ້ຳຂອງ-ແມ່ນຳລ້ານຊ້າງ ແລະ ສປ ຈີນ ທັງເປັນການເສີມສ້າງຄວາມຮ່ວມມືດ້ານຄວາມໝັ້ນຄົງ, ການແລກປ່ຽນຂໍ້ມູນຂ່າວສານ, ການຖອດຖອນບົດຮຽນ ໃນການເພີ່ມຂີດຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນການຮ່ວມມືກັນລະຫວ່າງປະເທດສະມາຊິກລຸ່ມແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ.
ການຝຶກອົບຮົມແມ່ນເປັນລັກສະນະການສໍາມະນາໂດຍ ໄດ້ຮັບຟັງການບັນລະຍາຈາກ ຜູ້ຊ່ຽວຊານສະເພາະທາງດ້ານກົດໝາຍ ແລະ ນິຕິກໍາທີ່ເປັນລັກສະນະສາກົນເຊິ່ງຕິດພັນກັບຫຼາຍຫົວຂໍ້ເປັນຕົ້ນແມ່ນ ສະພາບໂດຍລວມຂອງລະບົບກົດໝາຍແຫ່ງ ສປ ຈີນ, ການປົກຄອງ ແລະ ຄວາມໝັ້ນຄົງຂອງພາກພື້ນ ແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງ, ພາລະບົດບາດຂອງອົງການສາກົນຕໍ່ຄວາມໝັ້ນຄົງຂອງພູມມີພາກ, ກົນໄກການປະສານງານ ການລົງທຶນແບບທະວີພາຄີໃນພາກພື້ນ ແມ່ນໍ້າຂອງ-ແມ່ນຳລ້ານຊ້າງ, ສະພາບຄວາມໝັ້ນຄົງການລົງທຶນຕາມແລວທາງສາຍໄໝ, ກົນໄກທາງດ້ານກົດໝາຍເພື່ອຫຼຸດຜ່ອນຄວາມສ່ຽງ, ຜົນກະທົບຈາກມາດຕະການຂື້ນພາສີ ສົງຄາມການຄ້າລະຫວ່າງ ອາເມລິກາ-ຈີນ ທີ່ມີຜົນກະທົບຮອດປະເທດພາກພື້ນແມ່ນໍ້າຂອງ-ແມ່ນຳລ້ານຊ້າງ ແລະ ມາດຕະການຕອບໂຕ້ພາຍໃຕ້ກອບຂອງກົດໝາຍສາກົນ, ຍຸດທະວິທີໃນການເກັບກໍາຂໍ້ມູນຫຼັກຖານ ການສືບສວນ ອາດຊະຍາກໍາທາງໂທລະຄົມ-ອິນເຕີເນັດ, ທິດສະດີການປະຕິບັດຂອງ ສປ ຈີນ ຕໍ່ການຕ້ານການກໍ່ການຮ້າຍ ເປັນຕົ້ນ.