01/07/2025

ໃນວັນທີ 18 ມິຖຸນາ 2025 ຜ່ານມາ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ເປັນຕົ້ນແມ່ນ ພະນັກງານນຳພາ-ຄຸ້ມຄອງ ຂົງເຂດເສດຖະກິດ ແລະ ວິສາຫະກິດຂອງລັດ ຈຳນວນ 30 ທ່ານ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສາດສະດາຈານ ເສີນກັງ, ເລຂາພັກແຂວງກວາງຊີ ໃນໄລຍະທີ່ຄະນະ ໄດ້ໄປທັດສະນະສຶກສາ ແລະ ຝຶກອົບຮົມສະເພາະກ່ຽວກັບ "ຄວາມທັນສະໄໝແບບຈີນ ແລະ ການນຳໃຊ້ປັນຍາປະດິດ (AI)" ຢູ່ແຂວງກວາງຊີ, ສປ ຈີນ. ຄະນະໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສະຫາຍ ເສີນກັງ ແລະ ຄະນະນຳແຂວງກວາງຊີ ທີ່ໄດ້ໃຫ້ການເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກທຸກດ້ານໃຫ້ແກ່ຄະນະ ໃນການເຄື່ອນໄຫວຈົນມີຜົນສຳເລັດໃນຄັ້ງນີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ແມ່ນໄດ້ແລກປ່ຽນສະພາບການຫັນເປັນທັນສະໄໝ ແບບດິຈິຕອນ, ໂດຍອະທິບາຍ ຄວາມສຳຄັນ ການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ແລະ ການຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ສະພາບການພັດທະນາ AI Platform ຂອງ ສປປ ລາວ ພາຍຫຼັງໄດ້ເຊັນ MOU ກັບ ແຂວງກວາງຊີ ໃນວຽກງານພັດທະນາ AI ຕົ້ນປີ 2025 ຜ່ານມາ, ຊຶ່ງຝ່າຍລາວ ໄດ້ຮ່ວມມືກັບຝ່າຍຈີນ ສະແກນປຶ້ມ ແລະ ໜັງສືພາສາລາວຫຼາຍອັນ ເພື່ອໃຊ້ຝຶກ Lao AI Platform; ສປ ຈີນ ໄດ້ໃຫ້ຄວາມສຳຄັນການນຳໃຊ້ AI+ ເຂົ້າໃນທຸກວຽກງານ ແລະ ຜະລິດຕະພັນ ໃຫ້ມີປະສິດທິພາບ, ເປັນຕົ້ນແມ່ນ ການນຳໃຊ້ AI ເຂົ້າໃນການບໍລິຫານລັດ, ອຸດສາຫະກຳ, ການຜະລິດ, ການບໍລິການ, ແລະ ການລຶບລ້າງຄວາມທຸກຍາກ ແລະ ອື່ນໆ; ທັງສອງຝ່າຍ ເຫັນດີເປັນເອກະພາບ ຄວາມສຳຄັນການຮ່ວມມືວຽກງານ AI ຂອງຄູ່ຮ່ວມຊະຕາກຳ ລາວ-ຈີນ; ແລະ ສປ ຈີນ ຈະສືບຕໍ່ຊຸກຍູ້ວຽກງານຝຶກອົບຮົມບຸກຄະລາກອນ ແລະ ການລົງທຶນດ້ານ AI ຢູ່ ສປປ ລາວ.
ໃນການເດີນທາງໄປ ສປ ຈີນ ຄັ້ງນີ້, ຄະນະ ແມ່ນໄດ້ລົງທັດສະນະຕົວຈິງ ຮຽນຮູ້ກ່ຽວກັບຄວາມທັນສະໄໝແບບຈີນ ແລະ ໄດ້ເຫັນຈີນ ນຳໃຊ້ລະບົບປັນຍາປະດິດ (AI) ໃນວຽກງານກະສິກໍາ, ອຸດສາຫະກຳ (ຫຸ່ນຍົນອັດສະລິຍະ) ແລະ ການບໍລິຫານລັດ (ພລັດຟອມບໍລິຫານ ແລະ ບໍລິການລັດດິຈິຕອນ) ໂດຍສະເພາະ ຍຸດທະສາດ AI+ ຂອງແຂວງກວາງຊີ ແມ່ນໄດ້ນຳໃຊ້ເຂົ້າໃນທຸກບ່ອນ, ຊຶ່ງຄະນະສາມາດຖອດຖອນບົດຮຽນ ສຳລັບ ສປປ ລາວ ຄື: AI ແມ່ນກ່ຽວຂ້ອງ, ມີຄວາມສຳຄັນ ແລະ ຕ້ອງມີສ່ວນຮ່ວມຂອງ ທຸກຂະແໜງການ; ສປປ ລາວ ຕ້ອງເລັ່ງການຮ່ວມມືກັບ ແຂວງກວາງຊີ ພັດທະນາ AI Platform ຂອງ ສປປ ລາວ ໃຫ້ທັນເປີດໂຕ ໃນງານ Expo ເດືອນກັນຍາ ທີ່ການນຳຂັ້ນສູງຂອງ ສປປ ລາວ ຈະໄປຮ່ວມ; ສປປ ລາວ ຕ້ອງເລັ່ງສ້າງ ແຜນຍຸດທະສາດແຫ່ງຊາດດ້ານ AI ເພື່ອຂັບເຄື່ອນການຫັນເປັນດິຈິຕອນ ທັງ 3 ເສົາຄ້ຳ ຄື: 1) ລັດຖະບານດິຈິຕອນ, 2) ເສດຖະກິດດິຈິຕອນ ແລະ 3) ສັງຄົມດິຈິຕອນ; ຂະຫຍາຍການຮ່ວມມື ລາວ-ຈີນ ດ້ານການຝຶກອົບຮົມບຸກຄະລາກອນ AI ແບບເປີດກວ້າງ; ຈັດຕັ້ງປະຕິບັດ ໂຄງການທົດລອງ ໃນຂົງເຂດທີ່ມີທ່າແຮງ ເຊັ່ນ: ການບໍລິການລັດສູ່ປະຊາຊົນ, ກະສິກຳອັດສະລິຍະ, ທ່ອງທ່ຽວນິເວດ ແລະ ອື່ນໆ.
ຜ່ານການເຄື່ອນໄຫວໃນຄັ້ງນີ້ ໄດ້ເຮັດໃຫ້ຄະນະຜູ້ແທນ ສປປ ລາວ ມີຄວາມຮູ້ຄວາມເຂົ້າໃຈ ເຖິງຄວາມຈຳເປັນ ຄວາມສຳຄັນຂອງວຽກງານນີ້ ແລະ ເປັນຂີດໝາຍສຳຄັນໃນການສ້າງພື້ນຖານຮັບມື ຍຸກດິຈິຕອນ ແລະ ການພັດທະນາແບບຍືນຍົງຂອງ ສປປ ລາວ, ພ້ອມທັງເປັນການສົ່ງເສີມຂະຫຍາຍການຮ່ວມມືຮອບດ້ານ ບົນພື້ນຖານ 4 ດີ ຈີນ-ລາວ ໃຫ້ນັບມື້ນັບໜັກແໜ້ນກວ່າເກົ່າ.