ສໍາເລັດການເຜີຍແຜ່ນິຕິກໍາ ແລະ ຝຶກອົບຮົມວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້

01/07/2025

ສໍາເລັດການເຜີຍແຜ່ນິຕິກໍາ ແລະ ຝຶກອົບຮົມວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້

ກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ແລະ ຈັດຝຶກອົບຮົມ ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້ ຄື: ແຂວງ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-26 ມິຖຸນາ 2025, ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ມີພະນັກງານຕາງໜ້າຈາກ 04 ແຂວງ ເຂົ້າຮ່ວມ ຈໍານວນທັງໝົດ 40 ທ່ານ.

ຈຸດປະສົງ ແມ່ນເພື່ອຈັດຕັ້ງປະຕິບັດແຜນການສ້າງຄວາມເຂົ້າໃຈກ່ຽວກັບນິຕິກໍາ, ພາລະບົດບາດ ແລະ ໜ້າທີ່, ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ພະນັກງານຈາກຂະແໜງການຕ່າງໆຂອງແຂວງ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ.

ໃນກອງປະຊຸມ, ທ່ານຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ໃຫ້ຮູ້ກ່ຽວກັບສະພາບລວມ, ພາລະບົດບາດ ແລະ ໜ້າທີ່ ຂອງກົມເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ຕິດພັນກັບວຽກງານເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ບັນດາພະແນກ ພາຍໃນກົມກໍໄດ້ເຜີຍແຜ່ນິຕິກຳ ແລະ ນຳສະເໜີພາລະບົດບາດ ແລະ ໜ້າທີ່ ທີ່ກ່ຽວຂ້ອງກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍເຕັກໂນໂລຊີ ລະດັບສູງ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ, ດຳລັດວ່າດ້ວຍ ບັນຊີເຕັກໂນໂລຊີ ແລະ ຂັ້ນຕອນການສະເໜີອອກໃບອະນຸຍາດອື່ນທີ່ຕິດພັນກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ. ໃນກອງປະຊຸມແມ່ນຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ ຕໍ່ກັບບັນດານິຕິກຳຕ່າງໆເພື່ອໃຫ້ມີຄວາມເຂົ້າໃຈລະອຽດຮ່ວມກັນຕື່ມ.

ຂ່າວໂດຍ: ວາດສະໜາ ແສນຄຳຢອງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ