ພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ

01/07/2025

ພິທີປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ມິຖຸນາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ແລະ ຂະແໜງານການອ້ອມຂ້າງກະຊວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ 300 ກວ່າທ່ານ.

ໃນພິທີ, ທ່ານ ມະໂນທອງ ວົງລໍຄໍາ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 425/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ມະໂນທອງ ວົງລໍຄໍາ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ດໍາລັດ 426/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສຸພາລັກ ສີລາເພັດ ເປັນຫົວໜ້າກົມກວດກາ; ດໍາລັດ ເລກທີ 427/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ເປັນຫົວໜ້າກົມເຕັກໂນໂລຊີດິຈິຕອນ; ດໍາລັດ ເລກທີ 428/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນທະວີພອນ ເຄືອບຄໍາວອນ ເປັນຫົວໜ້າກົມໄປສະນີ; ດໍາລັດ ເລກທີ 429/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ພູທອງ ສີສະຫວັດ ເປັນຫົວໜ້າສູນຂໍ້ມູນແຫ່ງຊາດ; ດໍາລັດ ເລກທີ 430/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄຊສົງຄາມ ພານຸວົງ ເປັນຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ; ແລະ ດໍາລັດ ເລກທີ 431/ນຍ, ລົງວັນທີ 24 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ປະລິນຍາ ພົມມະວິເສດ ເປັນຫົວໜ້າຫ້ອງການ ກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດີຈິຕອນ.

ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ມີຄໍາເຫັນໂອ້ລົມ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ພະນັກງານທົ່ວກະຊວງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຄັ້ງທີ II ໃນໄລຍະທ້າຍສະໄໝ ແລະ ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ກົມຈັດຕັ້ງ ແລະ ພະນັກງານ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ