ກອງປະຊຸມຄົບຄະນະບໍລິຫານງານພັກ ອົງຄະນະພັກກະຊວງແລະ ເປີດກວ້າງ ຄັ້ງທີ 7 ສະໄໝທີ II

01/07/2025

ກອງປະຊຸມຄົບຄະນະບໍລິຫານງານພັກ ອົງຄະນະພັກກະຊວງແລະ ເປີດກວ້າງ ຄັ້ງທີ 7 ສະໄໝທີ II

ກອງປະຊຸມຄົບຄະນະບໍລິຫານງານພັກ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດກວ້າງ ຄັ້ງທີ 7 ສະໄໝທີ II ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2025 ທີ່ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະພັກ ຄະນະປະຈໍາ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍ ຄວາມສຳຄັນ ເພາະວ່າຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບົດສະຫຼຸບຕີລາຄາການເຄື່ອນໄຫວນຳພາ ຂອງຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມນີ້ສະຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນ ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ສຸມສະຕິບັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງກົງໄປ ກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງ ຄະນະບໍລິຫານງານພັກກະຊວງ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນຄົ້ນຄວ້າປັບປຸງໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ຮັງຟັງລາຍງານ ກ່ຽວກັບຄວາມພ້ອມການກະກຽມດ້ານເນື້ອໃນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກ ຄັ້ງທີ III ຂອງອົງຄະນະພັກກະຊວງ ລາຍງານກ່ຽວກັບຄວາມພ້ອມການກະກຽມ ດ້ານບຸກຄະນະລາກອນ ແລະ ປ້ອງກັນຄວາມສະຫງົບ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ລາຍງານກ່ຽວກັບຄວາມພ້ອມການກະກຽມ ດ້ານຂະບວນການກອງປະຊຸມໃຫຍ່ ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ລາຍງານກ່ຽວກັບ ຄວາມພ້ອມການກະກຽມ ດ້ານເສດຖະກິດ ບໍລິຫານ ແລະ ພິທີການ ກອງປະຊຸມໃຫຍ່ ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ ແລະ ຜ່ານຮ່າງ ລາຍງານການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານ (ພະນັກງານລົງຮາກຖານ) ຈາກນັ້ນ ກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ມີການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ເນື້ອໃນບົດລາຍງານ ສົມບູນຍິ່ງຂຶ້ນ.

ຂ່າວ ກົມຈັດຕັ້ງ-ພະນັກງານ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ