ຮອງລັດຖະມົນຕີ ກຕສ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ
02/07/2025

ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2025, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອງໄຫວຊຸກຍູ້ວຽກງານ ຢູ່ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍກົມ ຈຳນວນ 30 ກວ່າທ່ານ.
ໃນໂອກາດນີ້, ທ່ານ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກໍາ ໄດ້ລາຍພາລະບົດບາດ, ໜ້າທີ່ ແລະ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກົມໃນໄລຍະຜ່ານມາໂດຍຫຍໍ້ ແລະ ວຽກຈຸດສຸມໃນຕໍ່ໜ້າຕໍ່ທ່ານຮອງລັດຖະມົນຕີຊາບ.
ຕອນທ້າຍ, ຍັງໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຂອງ ທ່ານຮອງລັດຖະມົນຕີ ເພື່ອເປັນທິດຊີ້ນຳໃຫ້ແກ່ກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ປະສົບຜົນລຳເລັດຕາມແຜນການ ທີ່ວາງໄວ້.
ຂ່າວ: ກົມເຕັກໂນໂລຊີ ແລະ ນະວັດຕະກໍາ