10/07/2025
ໃນວັນທີ 03 ກໍລະກົດ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ມີກອງປະຊຸມທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III ຮອບທີ 1, ໂດຍການເປັນປະທານຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນສູນກາງ, ມີບັນດາຄະນະປະຈໍາພັກກະຊວງ, ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ມີຜູ້ແທນສົມບູນ ແລະ ສໍາຮອງ ພ້ອມດ້ວຍ ສະມາຊິກພັກສົມບູນເຂົ້າຮ່ວມ.

ໃນພິທີ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຜີຍແຜ່ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 08 ສິງຫາ 2023. ກອງປະຊຸມ ຍັງໄດ້ຜ່ານມາດຖານເງື່ອນໄຂ ຜູ້ອອກຮັບສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸດໃໝ່.

ໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມທາບທາມ, ຊຶ່ງໄດ້ຊີ້ນໍາໃຫ້ບັນດາຜູ້ແທນຕ້ອງໄດ້ຍົກສູງຄວາມຮັບຜິດຊອບການເມືອງໃນການໃຊ້ສິດຂອງຕົນຢ່າງເຕັມສ່ວນ ພາຍໃຕ້ຫຼັກການນໍາພາຂອງພັກ, ສຸມສະຕິປັນຍາເຂົ້າໃນການຄົ້ນຄິດ, ຕຶກຕອງໃຫ້ຖີ່ຖ້ວນ, ຄັດເລືອກໃຫ້ໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີປະສົບການ, ມີຄວາມເປັນແບບຢ່າງທີ່ດີ, ໄດ້ຮັບຄວາມເຊື່ອຖື ແລະ ໄວ້ວາງໃຈຈາກສະມາຊິກພັກ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III ຮອບທີ 1 ສໍາເລັດຕາມຄາດໝາຍ.


ໃນຕອນເຊົ້າຂອງວັນທີ 07 ກໍລະກົດ, ຍັງໄດ້ເປີດກອງປະຊຸມສໍາມະນາວິທະຍາສາດ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອລະດົມຄວາມຄິດເຫັນຄົ້ນຄວ້າເອກະສານ ຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ແຜນພັດທະນາ 5 ປີ ຄັ້ງທີ 4 ຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອກະກຽມໃຫ້ແກ່ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກກະຊວງ, ໂດຍພາຍໃຕ້ເປັນປະທານຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີກໍາມະການພັກກະຊວງ, ເລຂາ, ຮອງເລຂາ ແລະ ຜູ້ຮັບຜິດຊອບ ຈາກບັນດາໜ່ວຍພັກ/ຄະນະພັກຮາກຖານເຂົ້າຮ່ວມ.



ຂ່າວ: ບິນລີ້ ສີສຸລາດ
ພາບ: ພຸດດາວອນ ພາສຸວັນ

