12/07/2025
ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2025, ເວລາ 6:00 ໂມງຫາ 11:00 ໂມງ, ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຂົ້າຮ່ວມສ້າງຂະບວນການ ອອກແຮງງານວັນເສົາແດງ 09 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຊາວໜຸ່ມຕະລຸມບອນ, ຮັກສາຄວາມສະອາດ ແລະ ສິ່ງແວດລ້ອມ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ຊົມເຊີຍວັນສຳຄັນຕ່າງຂອງພັກຂອງຊາດ ເປັນຕົ້ນແມ່ນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 12/1920-13/12/ 2025). ພ້ອມນັ້ນຍັງເປັນສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ. ພິເສດ ຍັງເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.
ໂດຍການນຳພາຂອງ ສະຫາຍ ໄຊສົມຫວັງ ສຸວັນນະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ແລະ ຕາງໜ້າຈາກຊາວໜຸ່ມຫ້ອງການ, ກົມ, ສູນ, ອົງການ, ສະຖາບັນ ແລະ ບັນດາບໍລິສັດໂທລະຄົມ ຈຳນວນ 38 ສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.


ການເຂົ້າຮ່ວມສ້າງຈະບວນການໃນຄັ້ງນີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊາວໜຸ່ມຕະລຸມບອນ ຮັກສາຄວາມສະອາດ ແລະ ສິ່ງແວດລ້ອມ ໄດ້ຖືກແບ່ງຄວາມຮັບຜິດຊອບ ເມືອງໄຊທານີ ເລີ່ມແຕ່ 04 ແຍກໄຟແດງດົງໂດກ ຂຶ້ນໄປທາງມະຫາວິທະຍາໄລ ແຫ່ງຊາດ ເພື່ອອະນາໄມແຄມທາງຍ່າງສອງຝາກທາງ ເຊັ່ນ: ການຕັດຫຍ້າ, ຖາງຫຍ້າ, ເກັບຂີ້ເຫຍື້ອ ໃຫ້ມີຄວາມສະອາດງາມຕາ ແລະ ຈົບງາມ.


ໃນການສ້າງຂະບວນການ ການອອກແຮງງານວັນເສົາແດງ 09 ຕົວເມືອງໃນນະຄອນຫຼວງວຽງຈັນໃນຄັ້ງນີ້ປະກອບມີ: ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງປາກງື່ມ, ເມືອງນາຊາຍທອງ ແລະ ເມືອງສັງທອງ



