ກົມຄວາມປອດໄພທາງໄຊເບີ ແລະ ກົມເຕັກໂນໂລຊີດິຈິຕ໋ອນ ຈັດກິດຈະກໍາກິລາບານເຕະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III.

14/07/2025

ກົມຄວາມປອດໄພທາງໄຊເບີ ແລະ ກົມເຕັກໂນໂລຊີດິຈິຕ໋ອນ ຈັດກິດຈະກໍາກິລາບານເຕະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III.

ກົມຄວາມປອດໄພທາງໄຊເບີ ແລະ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກິດຈະກໍາກິລາບານເຕະມິດຕະພາບຂຶ້ນ ໃນຕອນແລງຂອງວັນທີ 4 ກໍລະກົດ 2025, ທີ່ເດີນເຕະບານ ທະນົງອາດ.  ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ນ. ພິຊິດໄພ ກອກມີລາ, ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ວິຊາການຈາກ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III. ທັງນີ້, ກໍ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງລະຫວ່າງອ້າຍ, ເອື້ອຍ, ນ້ອງພະນັກງານທັງສອງກົມ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ. ຊຶ່ງກິດຈະກໍາໄດ້ດໍາເນີນໄປດ້ວຍບັນຍາກາດ ທີ່ເຕັມໄປທັງຮອຍຍິ້ມ, ສຽງຫົວ ທັງໄດ້ສ້າງໂອກາດໃນການພົບປະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ