14/07/2025

ໃນລະຫວ່າງ ວັນທີ 8-9 ກໍລະກົດ 2025 ທີ່ຜ່ານນີ້, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຄືນຂອງ (ຮ່າງ) ດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ ຕາມຄຳເຫັນຂອງກອງປະຊຸມລັດຖະບານ, ຂຶ້ນທີ່ແຂວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ກົງຈີ ຢ່າງຈື, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາຄະນະກົມ ຈາກກົມກົດໝາຍ, ກະຊວງຍຸຕິທຳ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ), ບັນດາຄະນະພະແນກ ແລະ ພະນັກງານວິຊາການ ຂອງ 03 ພາກສ່ວນ ເຂົ້າຮ່ວມທັງໝົດຈໍານວນ 40 ກ່ວາທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຄືນຂອງ (ຮ່າງ) ດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ ຕາມຄຳເຫັນຂອງກອງປະຊຸມລັດຖະບານ, ເພື່ອໃຫ້ເນື້ອໃນມີຄວາມລະອຽດ, ຊັດເຈນ, ຄົບຖ້ວນ ແລະ ຮັດກຸມ ໃນການສົ່ງເສີມ ແລະ ພັດທະນາວຽກງານທຸລະກິດແບບສະຕາດອັບ ໃນສປປ ລາວ. ພ້ອມນີ້, ໃນກອງປະຊຸມແມ່ນຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ ຕໍ່ກັບ (ຮ່າງ) ດໍາລັດ ດັ່ງກ່າວ ເພື່ອໃຫ້ສອດຄ່ອງ ພ້ອມທັງຮັບປະກັນ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ຕາມຄຳເຫັນຂອງກອງປະຊຸມລັດຖະບານ ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ.