14/07/2025

ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2025 ຜ່ານມານີ້, ທີ່ຫ້ອງປະຊຸມຕຶກ F ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໜ່ວຍພັກຫ້ອງການກະຊວງ, ໜ່ວຍພັກກົມຄວາມປອດໄພທາງໄຊເບີ ແລະ ໜ່ວຍພັກກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາປະຕິວັດລາວ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊຊະນະ ສິດທິພອນ, ກຳມະການພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາບັນດາໜ່ວຍພັກກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກໜ່ວຍພັກ ຫ້ອງການກະຊວງ, ໜ່ວຍພັກກົມຄວາມປອດໄພທາງໄຊເບີ ແລະ ໜ່ວຍພັກກົມແຜນການ ແລະ ການເງິນ ເຂົ້າຮ່ວມ ຈຳນວນ 50 ກວ່າສະຫາຍ.
ໃນພິທີ, ສະຫາຍ ພວງປະເສີດ ແກ້ວສຸວັນ, ເລຂາໜ່ວຍພັກຮາກຖານຫ້ອງການກະຊວງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 06 ສະຫາຍ, ຍິງ 03 ສະຫາຍ, ສະຫາຍ ຄຳຫຼ້າ ສູນນະລັດ, ເລຂາໜ່ວຍພັກກົມຄວາມປອດໄພທາງໄຊເບີ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ ແລະ ສະຫາຍ ນາງ ດາວອນ ສາມາວົງ, ເລຂາໜ່ວຍພັກກົມແຜນການ ແລະ ການເງິນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 03 ສະຫາຍ, ຍິງ 01 ສະຫາຍ. ພ້ອມນີ້, ສະຫາຍ ໄຊຊະນະ ສິດທິພອນ ກໍໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສໍາຮອງທີ່ໄດ້ຮັບເລື່ອນຂຶ້ນເປັນສະມາຊິກພັກສົມບູນ.
ໃນຕອນທ້າຍພິທີ ສະຫາຍ ໄຊຊະນະ ສິດທິພອນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບເຂົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນໃໝ່ ທີ່ໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເລື່ອນຂຶ້ນເປັນສະມາຊິກສົມບູນພັກໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ຂ່າວ ແລະ ພາບ ສະຫາຍ ພຸດດາວອນ