ເຜີຍແຜ່ ວຽກງານ ແລະ ການບໍລິການ ຂອງທະນາຄານຄຳລາວ ຈຳກັດ ໃຫ້ແກ່ພະນັກງານພາຍໃນ ກຕສ

16/07/2025

ເຜີຍແຜ່ ວຽກງານ ແລະ ການບໍລິການ ຂອງທະນາຄານຄຳລາວ ຈຳກັດ ໃຫ້ແກ່ພະນັກງານພາຍໃນ ກຕສ

        ຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ທະນາຄານຄຳລາວ ຈຳກັດ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ ວຽກງານ ແລະ ການບໍລິການ ຂອງທະນາຄານຄຳລາວ ຈຳກັດ ຂຶ້ນໃນຕອນເຊົ້າ ຂອງວັນທີ 11 ກໍລະກົດ 2025 ຜ່ານມານີ້, ທີ່ຫ້ອງປະຊຸມສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຕຶກ F). ໂດຍການເປັນປະທານກ່າວເປີດຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ວຽງວັນລີ ເລືອງວັນໄຊ ຮອງອຳນວຍການທະນາຄານຄຳລາວ ຈຳກັດ, ມີບັນດາຫົວໜ້າກົມ/ທຽບເທົ່າ, ຫົວໜ້າພະແນກ, ຮອງພະແນກ, ວິຊາການພາຍໃນ ກຕສ ແລະ ວິຊາການທະນາຄານຄຳລາວ ເຂົ້າຮ່ວມ 50 ກວ່າທ່ານ.

        ຈຸດປະສົງ ກໍເພື່ອເຜີຍແຜ່ເຖິງພາບລວມ ແລະ ທ່າແຮງຂອງອຸດສາຫະກຳຄຳ ໃນ ສປປ ລາວ, ຄວາມເປັນມາ ແລະ ໂຄງສ້າງຂອງທະນາຄານຄຳລາວ, ພາບລວມທຸລະກິດຂອງທະນາຄານຄຳລາວ, ການຍົກລະດັບມາດຕະຖານອຸດສາຫະກຳຄຳ-ການສຳຮອງຄຳ ແລະ ການສ້າງຕັ້ງໂຮງກັ່ນຫຼອມຄຳ, ຮູ້ເຖິງແຜນຍຸດທະສາດ ແລະ ການຄາດຄະເນຜົນປະໂຫຍດ ຕໍ່ເສດຖະກິດ ແລະ ປະເທດຊາດ.
ສ້າງໃຫ້ ສປປ ລາວ ເປັນສູນກາງການຄ້າຄຳໃນພາກພື້ນ ດ້ວຍການຮັບປະກັນຄວາມໂປ່ງໃສຂອງຕະຫຼາດ, ລ້ຳໜ້າດ້ານນະວັດຕະກຳ ພ້ອມທັງສ້າງພື້ນຖານໂຄງລ່າງ ດ້ານການກັ່ນຫຼອມ ແລະ ການຄ້າຄຳລະດັບໂລກເພື່ອສ້າງມູນຄ່າສູງສຸດໃຫ້ແກ່ຊັບພະຍາກອນພາຍໃນປະເທດ.

        ໃນວາລະດັ່ງກ່າວ, ທ່ານ ນາງ ວຽງວັນລີ ເລືອງວັນໄຊ ຮອງອຳນວຍການທະນາຄານຄຳລາວ ຈຳກັດ ໄດ້ຂຶ້ນນຳສະເໝີຜະລິດຕະພັນຂອງທະນາຄານຄຳລາວ ຈຳກັດ ເຊັ່ນ: ອອກພັນທະບັດ ເປັນຫຼັກຊັບຄ້ຳປະກັນ, ລະດົມທຶນ ແລະ ສ້າງຕັ້ງກອງທຶນຕ່າງໆ ເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ລັດຖະບານ ທາງດ້ານຊັບສິນ, ສະພາບຄ່ອງ ແລະ ລະດົມທຶນເຂົ້ານຳໃຊ້ການຊຳລະພັນທະ. ນອກນັ້ນ, ຍັງໄດ້ຮັບຟັງ ການຂຶ້ນນຳສະເໜີການຄຸ້ມຄອງການນຳໃຊ້ແອັບຂອງທະນາຄານຄຳລາວ ຈາກຕາງໜ້າກົມເຕັກໂນໂລຊີດິຈິຕ໋ອນ, (ກຕສ). ຕອນທ້າຍ, ຜູ້ເຂົ້າຮ່ວມພາຍໃນກອງປະຊຸມ ແລະ ນັກສຳມະນາກອນ ໄດ້ຖາມ-ຕອບຄຳຖາມ, ແລກປ່ຽນຄໍາຄິດເຫັນ ຢ່າງເປັນຂະບວນຟົດຟື້ນ.

ຂ່າວ ແລະ ພາບ: ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ