ຮອງລັດຖະມົນຕີ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ
18/07/2025
ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ຫ້ອງການ ກະຊວງ, ໃນຕອນບ່າຍຂອງວັນທີ 16 ກໍລະກົດ 2025, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຢ່າງພ້ອມພຽງ.


ໂອກາດນີ້, ທ່ານ ພວງປະເສີດ ແກ້ວສຸວັນ ໄດ້ລາຍງານສະພາບລວມທາງດ້ານໂຄງປະກອບການຈັດຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຂອງ ຫ້ອງການ ໂດຍຫຍໍ້ ຕໍ່ທ່ານຮອງລັດຖະມົນຕີ ຊາບ.

ການລົງມາເຄື່ອນໄຫວວຽກງານຄັ້ງນີ້ ເປັນຄັ້ງທໍາອິດພາຍຫຼັງທີ່ມາດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຜູ້ຊີ້ນໍາວຽກງານຂອງ ຫ້ອງການ ເພື່ອຕິດຕາມ, ຊຸກຍູ້ ແລະ ຊີ້ນໍາວຽກງານພາຍໃນຫ້ອງການໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.



