03 ອົງການຈັດຕັ້ງມະຫາຊົນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສ້າງຂະບວນການອະນາໄມລວມ
18/07/2025
3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ ຫ້ອງການ, ກົມແຜນການ ແລະ ການເງິນ, ສູນບໍລິຫານລັດດິຈິຕອນ, ຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 2025) ໃຫ້ເປັນຂະບວນຟົດຟື້ນ.


ຂະບວນການດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2025, ທີ່ ສໍານັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ), ໂດຍການນໍາພາຂອງສະຫາຍເລຂາໜ່ວຍພັກຮາກຖານ ທັງ 04 ພາກສ່ວນ. ການສ້າງຂະບວນການຄັ້ງນີ້ ຍັງເປັນການຮັກສາຄວາມສະອາດຈົບງາມໃນບໍລິເວນອ້ອມແອ້ມສໍານັກງານ ທັງເປັນການສ້າງຄວາມສາມັກຄີຮັກແພງຂອງ 03 ອົງການຈັດຕັ້ງມະຫາຊົນ ກໍຄື ອ້າຍ, ເອື້ອຍ, ນ້ອງ ພະນັກງານ-ລັດຖະກອນ ອີກດ້ວຍ.





