22/07/2025
ຫ້ອງການ, ອົງການດັດສົມໂທລະຄົມມະນາຄົມ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ຂຶ້ນໃນຕອນແລງຂອງວັນທີ 18 ກໍລະກົດ 2025, ທີ່ເດີ່ນເຕະບານໂກເດິນທຣີ, ນະຄອນຫຼວງວຽງຈັນ, ຊຶ່ງມີຫົວໜ້າ, ຮອງຫົວໜ້າ ຫ້ອງການ, ອົງການ, ສະຖາບັນ ພ້ອມດ້ວຍອ້າຍ, ເອື້ອຍ, ນ້ອງພະນັກງານ ທັງ 04 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
:
ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ແມ່ນເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ) ໃຫ້ເປັນຂະບວນຟົດຟື້ນກວ້າງຂວ້າງ. ນອກຈາກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານທັງ 04 ພາກສ່ວນ, ຊຶ່ງເຕັມໄປດ້ວຍໄມຕີຈິດອັນອົບອຸ່ນ, ເປັນການເສີມກຳລັງແຮງກາຍ ແຮງໃຈໃຫ້ພະນັກງານມີສຸຂະພາບແຂງແຮງ, ມີຈິດໃຈເບີກບານ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ເວົ້າສະເພາະແມ່ນເປັນການປຸກລະດົມໃຫ້ເອື້ອຍນ້ອງສະຫະພັນແມ່ຍິງ ມີຄວາມກ້າຫານ ກ້າສະແດງ ຫັນມາຫຼິ້ນກິລາເພື່ອເຮັດໃຫ້ສຸຂະພາບກາຍ-ສຸຂະພາບຈິດໃຈປອດໂປ່ງ ແລະ ສືບຕໍ່ສ້າງຂະບວນການພາຍໃນກົມກອງໃຫ້ຟົດຟື້ນຕໍ່ເນື່ອງຂຶ້ນເລື້ອຍໆ.

