ກອງປະຊຸມສຳມະນາການຫັນເປັນທັນສະໄໝ ກຳມາທິການຕ່າງປະເທດ, ສະພາແຫ່ງຊາດ

22/07/2025

ກອງປະຊຸມສຳມະນາການຫັນເປັນທັນສະໄໝ ກຳມາທິການຕ່າງປະເທດ, ສະພາແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 04 ກໍລະກົດ 2025 ຜ່ານມາ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “ການຫັນເປັນທັນສະໄໝ ໃຫ້ແກ່ພະນັກງານກຳມາທິການຕ່າງປະເທດ, ສະພາແຫ່ງຊາດ” ຈັດຂຶ້ນທີ່ຫ້ອງປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ, ປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ, ມີຮອງປະທານ, ຄະນະກົມ, ຄະນະພະແນກ ແລະ ຊ່ຽວຊານເຕັກນິກ ສະພາແຫ່ງຊາດ ແລະ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ຈໍານວນ 20 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ນຳສະເໜີ ວຽກງານການຫັນເປັນລັດດິຈິຕອນ ຂອງ ສປປ ລາວ ແລະ ການນຳໃຊ້ເຄື່ອງມືເຕັກໂນໂລຊີດິຈິຕອນ ກໍຄື ລະບົບບໍລິຫານລັດດິິຈິຕອນ ໂດຍສະເພາະ ລະບົບຫ້ອງການທັນສະໄໝ ເຂົ້າໄປປະຍຸກນຳໃຊ້ໃນກຳມາທິການຕ່າງປະເທດ ເພື່ອອຳນວຍຄວາມສະດວກ, ຄວາມວ່ອງໄວ ແລະ ຄວາມປອດໄພຂອງອົງກອນ. ພ້ອມກັນນັ້ນ, ຍັງເປັນເຄື່ອງມືໃນການເພີ່ມປະສິດທິພາບການເຮັດວຽກ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະພາແຫ່ງຊາດ ໃນການນຳໃຊ້ເຄື່ອງມືດິຈິຕອນ ເພື່ອຍົກສູງປະສິດທິພາບຂອງວຽກງານ.
ໃນກອງປະຊຸມຄັ້ງນີ້, ສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີ ຫົວຂໍ້ “ການຫັນເປັນລັດດິຈິຕອນ ແລະ ຫ້ອງການທັນສະໄໝ” ໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ຊຶ່ງເນື້ອໃນແມ່ນໄດ້ເນັ້ນໃຫ້ເຫັນຄວາມສໍາຄັນກ່ຽວກັບວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໂດຍສະເພາະ ວຽກງານການຫັນເປັນລັດດິຈິຕອນ ທີ່ເປັນໜຶ່ງໃນສາມເສົາຄ້ຳຍຸດທະສາດ ການຫັນເປັນດິຈິຕອນຂອງປະເທດ. ພ້ອມດຽວກັນນັ້ນ, ສູນບໍລິຫານລັດດິຈິຕອນ ໄດ້ສະເໜີໃຫ້ເຫັນສະພາບການພັດທະນາການຫັນເປັນລັດດິຈິຕອນ ຂອງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນອາຊຽນໃນໄລຍະຜ່ານມາ, ສະພາບຄວາມພ້ອມຕໍ່ກັບວຽກງານດັ່ງກ່າວ. ໃນປັດຈຸບັນ, ສູນບໍລິຫານລັດດິຈິຕອນ ໄດ້ມີການພັດທະນາ ແລະ ໃຫ້ບໍລິການ ບັນດາລະບົບບໍລິຫານລັດດິຈິຕອນ (Digital Government Service Platform) ໃຫ້ກັບອົງການຈັດຕັ້ງພັກ-ລັດ ໄດ້ປະຍຸກເຂົ້າໃນຂະບວນການເຮັດວຽກຂອງຕົນເອງ. ນອກຈາກນີ້, ສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີ ສະພາບການພັດທະນາລະບົບຫ້ອງການທັນສະໄໝ (e-Office) ທີ່ເປັນໜຶ່ງໃນເຄື່ອງມືເຕັກໂນໂລຊີດິຈິຕອນທີ່ເຂົ້າມາຊ່ວຍໃນການຫັນປ່ຽນການບໍລິຫານວຽກງານຂອງອົງການຈັດຕັ້ງພັກ-ລັດ ໃຫ້ມີຄວາມເປັນທັນສະໄໝ ໂດຍສະເພາະ ແມ່ນວຽກງານການຈໍລະຈອນເອກະສານ, ການຕິດຕາມເອກະສານ ແລະ ການສະຫຼຸບລາຍງານ ທີ່ເປັນໃນຮູບແບບທັນສະໄໝເພື່ອໃຫ້ ຮັບປະກັນຄວາມປອດໄພ, ສະດວກ ແລະ ວ່ອງໄວ ໃນການຮັບ-ສົ່ງຂໍ້ມູນ ເອກະສານລະຫວ່າງ ແຕ່ລະອົງກອນ.
.
.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບວຽກງານການຫັນເປັນລັດດິຈິຕອນ ແລະ ການປະຍຸກນຳໃຊ້ລະບົບຫ້ອງການທັນສະໄໝ, ຊຶ່ງຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນຢ່າງເປັນຂະບວນຟົດຟື້ນ ເຫັນໄດ້ເຖິງຄວາມມຕັ້ງໃຈໃນການທີ່ຈະຊ່ວຍເຫຼືອ, ພັກດັນວຽກງານການຫັນເປັນລັດດິຈິຕອນ, ໂດຍສະເພາະ ພາຍໃນກຳມາທິການຕ່າງປະເທດ ເພື່ອໃຫ້ສາມາດຜັນຂະຫຍາຍວຽກງານລະບົບຫ້ອງການທັນສະໄໝ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບສູງ ແລະ ເປັນບາດກ້າວຕໍ່ໄປ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອະນາຄົດ. ກອງປະຊຸມດັ່ງກ່າວ ແມ່ນໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.
ຂ່າວ ແລະ ຮູບພາບ: ສູນບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ