23/07/2025
ໃນຕອນແລງ ຂອງວັນທີ 15 ກໍລະກົດ 2025 ທີ່ຜ່ານມາ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ກົມແຜນການ ແລະ ການເງິນ ຮ່ວມສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ຂື້ນທີ່ເດີ່ນບານເຕະເທບປັນຍາ ຊຶ່ງເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊະຊະນະ ທິດທິພອນ, ຮອງລັດຖະມົນຕີ, ມີຫົວໜ້າກົມ ຮອງຫົວໜ້າກົມ ພ້ອມດ້ວຍອ້າຍ, ເອື້ອຍ, ນ້ອງພະນັກງານ ທັງ 04 ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ແມ່ນເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ເປັນຂະບວນຟົດຟື້ນກວ້າງຂວ້າງ. ນອກຈາກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານທັງ 04 ພາກສ່ວນ, ຊຶ່ງເຕັມໄປດ້ວຍຄວາມອົບອຸ່ນ, ໃຫ້ພະນັກງານມີສຸຂະພາບແຂງແຮງ, ມີຈິດໃຈເບີກບານ ຫ້າວຫັນໃນການປະຕິບັດໜ້າທີ່ງານໃຫ້ປະສົບຜົນສຳເລັດຕາມຄາດຫມາຍຂື້ນໄປເລື້ອຍໆ.
ຂຽນຂ່າວໂດຍ: ວາດສະຫນາ ແສນຄຳຢອງ

