20/08/2025

ກອງປະຊຸມຄົບຄະນະບໍລິຫານງານພັກ ທ້າຍສະໄໝທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2025, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍ ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ, ຫົວໜ້າກົມ/ທຽບເທົ່າ ແລະ ອົງການຈັດຕັ້ງມະຫາຊົນ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ຄົ້ນຄວ້າປະກອບຄໍາເຫັນກ່ຽວກັບການກະກຽມຄວາມພ້ອມໃນການດໍາເນີນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ກອງປະຊຸມໄດ້ຮັບຟັງ ຜົນຂອງກອງປະຊຸມ ຄະນະເລຂາທິການສູນກາງພັກ ກ່ຽວກັບການຂໍສະເໜີອະນຸມັດເປີດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III, ຄົ້ນຄວ້າຮັບຮອງເອົາຄະນະປະທານ, ຄະນະປະທານກອງປະຊຸມໃຫຍ່, ຄົ້ນຄວ້າຮັບຮອງເອົາວາລະກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກກະຊວງ, ຄົ້ນຄວ້າຮັບຮອງເອົາບັນດາເນື້ອໃນເອກະສານກອງປະຊຸມ ແລະ ວຽກງານຮອບດ້ານ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາເຄິ່ງວັນຈຶ່ງສໍາເລັດ.
ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ