ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ສປ ຈີນ

20/08/2025

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ສປ ຈີນ

ໃນຕອນບ່າຍຂອງວັນທີ 19 ສິງຫາ 2025 ນີ້, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂຈ ອີ້ເຈ (ZHOU YIJUE), ກໍາມະການປະຈໍາພັກ, ເລຂາຄະນະເລຂາທິການພັກ, ຫົວໜ້າຫ້ອງການຄະນະພັກເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ, ສປ ຈີນ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີຕ້ອນຮັບ ທ່ານ ໂຈ ອີ້ເຈ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ຝ່າຍ ສປ ຈີນ  ກໍໄດ້ລາຍງານການພັດທະນາ ປັນຍາປະດິດ (AI) ພ້ອມທັງ ແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລື ກ່ຽວກັບການເພີ່ມທະວີວຽກງານຝຶກອົບຮົມໃຫ້ແກ່ບຸກຄະລາກອນປັນຍາປະດິດ ເພື່ອເປັນການຊຸກຍູ້ການຮ່ວມມືລະຫວ່າງສອງຊາດ ກໍຄື ລາວ-ຈີນ ແລະ ການຮ່ວມກັນຈັດງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 22, ທີ່ນະຄອນນານນິງ, ເຂດກວາງຊີ, ສປ ຈີນ. 

ທ່ານ ໂຈ ອີ້ເຈ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ  ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຈະນໍາເອົາການປຶກສາຫາລືດັ່ງກ່າວນີ້ ໄປສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສາເລັດສູງສຸດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ