20/08/2025

ໃນລະຫວ່າງເດືອນ ມິຖຸນາ ຫາ ກໍລະກົດ 2025, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເກັບກໍາຂໍ້ມູນການລັກລອບນຳໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ. ຫຼັງຈາກໄດ້ເກັບກຳຂໍ້ມູນຮູ້ກຸ່ມເປົ້າໝາຍທີ່ລັກລອບນຳໃຊ້ແລ້ວ ກໍໄດ້ສົມທົບກັບກຳລັງປ້ອງກັນຄວາມສະຫງົບ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ລົງກວດກາ ແລະ ຮື້ຖອນອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ໄດ້ຈໍານວນ 04 ຊຸດ.
ອຸປະກອນດັ່ງກ່າວ ແມ່ນອຸປະກອນທີ່ນໍາໃຊ້ຮັບ-ສົ່ງ ສັນຍານຈາກຕ່າງປະເທດ ມານໍາໃຊ້ຢູ່ ສປປ ລາວ ເຊິ່ງເປັນອຸປະກອນທີ່ຫ້າມນໍາເຂົ້າ, ຫ້າມຈໍາໜ່າຍ, ຫ້າມຕິດຕັ້ງ ແລະ ຫ້າມນໍາໃຊ້ຢູ່ໃນ ສປປ ລາວ. ເນື່ອງຈາກອຸປະກອນຕ້ອງຫ້າມນີ້ ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງລັກລອບນໍາໃຊ້ ຈະກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນລະບົບໂທລະສັບເຄື່ອນທີ່ 2G/3G/4G ແລະ 5G ຂອງບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມລາວ ສົ່ງຜົນໃຫ້ການເຊື່ອມຕໍ່ມີຄວາມຫຼ້າຊ້າ ຫຼື ບໍ່ສາມາດເຊື່ອມຕໍ່ໄດ້ປົກກະຕິ. ພ້ອມນີ້, ຍັງເປັນອຸປະກອນທວນສັນຍານ ທີ່ກຸ່ມຄົນບໍ່ດີ ລັກລອບນໍາໃຊ້ເຂົ້າໃນການຕົວະຍົວະຫຼອກລວງທາງໂທລະສັບ ແລະ ທາງສື່ສັງຄົມອອນລາຍ, ເຊິ່ງຜິດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.
ຕໍ່ກັບການລົງກວດກາ ແລະ ຮື້ຖອນໃນຄັ້ງນີ້ ທາງຄະນະຮັບຜິດຊອບ ໄດ້ຍຶດເອົາອຸປະກອນດັ່ງກ່າວ, ພ້ອມທັງຕັກເຕືອນ ແລະ ສຶກສາອົບຮົມ ຕໍ່ກັບຜູ້ນໍາໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຖ້າຫາກກວດພົບເຫັນການນໍາໃຊ້ອຸປະກອນ ດັ່ງກ່າວອີກ ແມ່ນຈະໄດ້ດໍາເນີນການຕາມກົດໝາຍ ແລະ ລະບຽບການ.
ຂ່າວໂດຍ: ນ. ສີໄວ ອຳພອນໄຊ