ສຕສ ຝຶກອົບຮົມ LLMs ໃນຂະແໜງການໂທລະຄົມມະນາຄົມການສື່ສານ

20/08/2025

ສຕສ ຝຶກອົບຮົມ LLMs ໃນຂະແໜງການໂທລະຄົມມະນາຄົມການສື່ສານ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດຊຸດຝຶກອົບຮົມ ຫົວຂໍ້: Application of Large Language Models (LLMs) in Telecommunications ຂຶ້ນໃນວັນທີ 19 ສິງຫາ 2025, ທີ່ສູນເກົາຫຼີ-ອາຊຽນ (ສຕສ), ໂດຍການເປັນປະທານກ່າວເປີດຂອງ ທ່ານ ປອ. ອາຣົມຮັກ ໄຊຊະນະສົງຄາມ, ຮັກສາການ ຮອງຫົວໜ້າ ສຕສ, ໂດຍມີນັກວິທະຍາກອນຊ່ຽວຊານຈາກ ອົງການໂທລະຄົມມະນາຄົມ ເອເຊຍ-ປາຊີຟິກ (Asia Pacific Telecommunity (APT)), ມີນັກສໍາມະນາກອນຈາກບັນດາ ກົມ/ທຽບເທົ່າ, ພະນັກງານຄູອາຈານ ພາຍໃນ ສຕສ ແລະ ຕາງໜ້າບັນດາບໍລິສັດ ອ້ອມຂ້າງ ກຕສ ເຂົ້າຮ່ວມ 20 ກວ່າທ່ານ.

          ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ພື້ນຖານ ແລະ ການປະຕິບັດຕົວຈິງ ໃນການນຳໃຊ້ເຕັກໂນໂລຊີ LLMs ໃນຂະແໜງການໂທລະຄົມມະນາຄົມການສື່ສານ, ແນໃສ່ເສີມສ້າງທັກສະ ແລະ ການນໍາໃຊ້ປັນຍາປະດິດ (AI) ຢ່າງມີປະສິດທິຜົນ, ເປັນການເປີດໂອກາດໃຫ້ພະນັກງານ ແລະ ນັກວິຊາການແລກປ່ຽນປະສົບການ. ພ້ອມກັນນັ້ນ, ຍັງເປັນການສ້າງຂໍ້ລິເລີ່ມໃຫ້ແກ່ບັນດາພາກສ່ວນ ເພື່ອຮ່ວມກັນພັດທະນາຂະແໜງການສື່ສານຂອງປະເທດໃຫ້ທັນສະໄໝຍິ່ງຂຶ້ນ. ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ດໍາເນີນເປັນເວລາ 04 ວັນ ຈຶ່ງຈະສໍາເລັດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ