21/08/2025

ໃນຕອນບ່າຍຂອງວັນທີ 20 ສິງຫາ 2025, ທີ່ຫ້ອງປະຊຸມ ຊັ້ນ 4 ຕຶກ, ສະຖາບັນເຕັກໂນໂລຊີ ແລະ ການສື່ສານ (ສຕສ), ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທົດລອງຊຸດຄົ້ນຊັບສິນດິຈິຕອນ ຢູ່ ສປປ ລາວ. ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ບຸນຄຳ ວໍລະຈິດ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໂຄງການທົດລອງທຸລະກໍາຊັບສິນດິຈິຕອນ, ປະທານບໍລິສັດ, ຜູ້ອໍານວນການ ແລະ ຜູ້ຕາງໜ້າ ບໍລິສັດໂຄງການ ເຂົ້າຮ່ວມ.
ໂອກາດດັ່ງກ່າງ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເປັນກາລະໂອກາດທີ່ມີຄວາມໝາຍສໍາຄັນ ເປັນການສືບຕໍ່ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການທຸລະກໍາຊັບສິນດິຈິຕອນ ຢູ່ ສປປ ລາວ. ພ້ອມນີ້, ຈະໄດ້ຮັບຟັງ ການລາຍງານຄືນຜົນສໍາເລັດການຈັດຕັ້ງປະຕິບັດໂຄງການທົດລອງ, ພັນທະທາງດ້ານການເງິນ ແລະ ການຈັດສັນພະລັງງານໄຟຟ້າ ລວມທັງຂໍ້ສະດວກ-ຂໍ້ຫຍຸ້ງຍາກຕ່າງໆ ຈາກພາກສ່ວນກ່ຽວຂ້ອງ ແລະ ປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນ. ພ້ອມນັ້ນ, ຄະນະຄຸ້ມຄອງໂຄງການ ຍັງຈະໄດ້ປຶກສາຫາລື ຮ່ວມກັນກໍານົດທິດທາງ ແລະ ແຜນການໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ.
ໂຄງການທົດລອງທຸລະກໍາຊັບສິນດິຈິຕອນ ເປັນໂຄງການທີ່ ລັດຖະບານ ໄດ້ມອບສິດໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການເຮັດໂຄງການທົດລອງ ທຸລະກໍາຊັບສິນດິຈິຕອນ ຂອງ ສປປ ລາວ ແລ້ວກໍໄດ້ມີການຄົ້ນຄວ້າອອກຂໍ້ຕົກລົງ ສະບັບເລກທີ 888/ກຕສ ລົງວັນທີ 09 ພະຈິກ 2021 ແລະ ໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງໂຄງການທີ່ປະກອບດ້ວຍ ຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນຄະນະ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການທົດລອງດັ່ງກ່າວ. ຈຸດປະສົງໂຄງການທົດລອງດໍາເນີນທຸລະກໍາຊັບສິນດິຈິຕອນຢູ່ປະເທດເຮົາ ແມ່ນ 3 ບັນຫາຕົ້ນຕໍ ຄື: 1) ປະເທດເຮົາມີທ່າແຮງດ້ານພະລັງງານໄຟຟ້າ, ຊຶ່ງໄດ້ຜະລິດອອກມາ ແຕ່ຍັງບໍ່ທັນນໍາໃຊ້ຢ່າງມີປະສິດຕິຜົນສູງ. ພະລັງງານໄຟຟ້າຈໍານວນໜຶ່ງບໍ່ທັນສາມາດສົ່ງອອກນອກປະເທດໄດ້ຍ້ອນຫຼາຍສາເຫດ ເຊັ່ນ: ບໍ່ສາມາດ ເຈລະຈາຊື້-ຂາຍໄດ້ເທື່ອ, ບໍ່ທັນມີສາຍສົ່ງເທື່ອ; 2) ຖານລາຍຮັບຍັງຈໍາກັດ, ສະນັ້ນທຸລະກິດດັ່ງກ່າວຈະສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ແລະ ເປັນແຫຼ່ງລາຍຮັບ ທີ່ເປັນເງິນຕາຊຶ່ງຈະສາມາດເພີ່ມຄັງແຮເງິນຕາຂອງລັດຖະບານ; 3) ລັດຖະບານບໍ່ໄດ້ລົງທຶນ, ພຽງແຕ່ມອບໃຫ້ບັນດາກະຊວງ, ຂະແໜງການອອກລະບຽບການຄຸ້ມຄອງ, ຊຸກຍູ້, ສົ່ງເສີມເທົ່ານັ້ນເພື່ອໃຫ້ຜູ້ປະກອບການພາຍໃນປະເທດລົງທຶນເອງ ແລະ ສະກັດກັ້ນບໍ່ໃຫ້ເງິນຕາຮົ່ວໄຫຼອອກນອກປະເທດ.
ຂ່າວ: ກົມເຕັກໂນໂລຊີດິຈິຕອນ