ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 80 ປີ

21/08/2025

ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 80 ປີ

     ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (02/09/1945-02/09/2025) ທີ່ຈະມາເຖິງນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ໃນຕອນເຊົ້າຂອງວັນທີ 20 ສິງຫາ 2025, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

 

     ໂອກາດດັ່ງກ່າວ, ສະຫາຍ ລັດຖະມົນຕີ ບໍ່ວຽງຄໍາ ວົງດາລາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນ ສະຫາຍ ຫງວຽນ ມິ່ງ ເຕີມ. ຊຶ່ງສະຫາຍ ໄດ້ກ່າວວ່າ: ສອງຊາດ ລາວ-ຫວຽດນາມ ມີມູນເຊື້ອການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຈິງໃຈ ຊຶ່ງເຫັນໄດ້ເຖິງຄວາມສຳຄັນຄວາມສາມັກຄີພິເສດ ອ້າຍນ້ອງ ລາວ-ຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ໂດຍໄດ້ສະແດງອອກໃນການຈັດກິດຈະກໍາໃນວັນສໍາຄັນຕ່າງໆ. ພ້ອມນັ້ນ, ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນທຸກດ້ານ ທີ່ ສສ.ຫວຽດ ນາມ ຍາດມາໄດ້ໃນຕະຫຼອດໄລຍະ 80 ປີທີ່ຜ່ານມາ ແລະ ສະແດງຄວາມພາກພູມໃຈ ຕໍ່ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍຜ່ານ ສະຫາຍ ຫງວຽນ ມິ່ງ ເຕີມ ໄປຍັງບັນດາທ່ານການນໍາພັກ-ລັດຖະບານຫວຽດນາມ, ພະນັກງານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງຍາດໄດ້ໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

       ໃນໂອກາດນີ້, ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະດ້ານ ນັບແຕ່ອະດີດເຖິງປັດຈຸບັນ ຂອງ ສສ ຫວຽດນາມ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຊຶ່ງຍາມໃດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແລະ ຈະສືບຕໍ່ເປັນຂົວຕໍ່ສະໜັບສະໜູນການເສີມຂະຫຍາຍສາຍພົວພັນຂອງສອງປະເທດ ກໍຄືການພົວພັນຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮ່ວມມືສາຍພົວພັນພິເສດ ເລິກເຊິ່ງຈິງໃຈບໍລິສຸດ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ