ກຳມະບານຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ ຈັດພິທີມອບໃບຍ້ອງຍໍ ໃນການຈັດຕັ້ງປະຕິບັດ ເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ

21/08/2025

ກຳມະບານຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ ຈັດພິທີມອບໃບຍ້ອງຍໍ ໃນການຈັດຕັ້ງປະຕິບັດ ເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ກຳມະບານຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມຈັດຕັ້ງປະຕິບັດການປະເມີນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2025, ມອບຮັບໃບຍ້ອງຍໍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະຜ່ານມາ 2021-2024 ແລະ ເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ ໂດຍ ສະຫາຍ ຄຳຜາ ທອງວັນນາ, ເລຂາໜ່ວຍພັກຮາກຖານກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ສະຫາຍ ນາງ ອານິສອນ ກິ່ງສະດາ, ຮອງເລຂາໜ່ວຍພັກຮາກຖານ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ມີຄະນະກຳມະບານຮາກຖານກົມ ພ້ອມດ້ວຍສະມາຊິກກຳມະບານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະບານຮາກຖານກົມ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງບົ່ງໂຕກອງເລຂາຊ່ວຍວຽກ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍກຳມະບານທີ່ຂື້ນກັບກຳມະບານຮາກຖານກົມ, ພ້ອມທັງຜ່ານບົດສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ພ້ອມນີ້, ສະຫາຍ ຄຳຜາ ທອງວັນນາ ໄດ້ມອບຮັບໃບຍ້ອງຍໍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະຜ່ານມາ 2021-2024 ໃຫ້ກັບຄະນະກຳມະບານຮາກຖານຂອງກົມ ແລະ ສະມາຊິກກຳມະບານທຸກສະຫາຍ.

ໂອກາດນີ້, ສະຫາຍ ນາງ ອານິສອນ ກິ່ງສະດາ, ຮອງເລຂາໜ່ວຍພັກຮາກຖານກົມ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໄດ້ເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ໃຫ້ສະມາຊິກກຳມະບານທຸກສະຫາຍໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ສາມາດກຳໄດ້ເນື້ອໃນເອກະສານດັ່ງກ່າວ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ. ຕອນທ້າຍ ສະຫາຍ ຄຳຜາ ທອງວັນນາ ໄດ້ມີຄຳເຫັນ ແລະ ມີທິດຊີ້ນຳໃຫ້ແກ່ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານ ກໍຄື ກຳມະບານຮາກຖານກົມ ນໍາເອົາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໃວ້.

ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຢ່າງຈົບງາມ.

 ພາບ ແລະ ຂ່າວໂດຍ: ສະຫາຍ ວາດສະໜາ ແສນຄຳຢອງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ