21/08/2025

ກົມເສດຖະກິດການບໍລິການ, ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຮ່ວມກັບ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ຫົວຂໍ້: “ເສດຖະກິດດິຈິຕອນ ແລະ ຊັບສິນດິຈິຕອນ” ຂຶ້ນໃນຕອນບ່າຍຂອງວັນທີ 15 ສິງຫາ 2025, ທີ່ຫ້ອງປະຊຸມສະພາແຫ່ງຊາດ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ອາລຸນຍະເດດ ຣາຊະພົນ, ຫົວໜ້າກົມເສດຖະກິດການບໍລິການ, ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ປະສິດທິເດດ ຫຼວງວິໄລ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຮອງຫົວໜ້າກົມ, ຮອງອຳນວຍການບໍລິສັດ ບິດຄິກ ຈຳກັດຜູ້ດຽວ, ຮອງອຳນວຍການບໍລິສັດ ບີກ ດາຕ້າ ຄຣີບໂຕ ມາຍນິ່ງ ຈຳກັດ ຜູ້ດຽວ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວເຂົ້າຮ່ວມ ຈຳນວນ 50 ກວ່າທ່ານ.
ທ່ານ ປອ ອາລຸນຍະເດດ ຣາຊະພົນ, ຫົວໜ້າກົມເສດຖະກິດການບໍລິການ, ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ການຈັດສໍາມະນາໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງ ໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນຍຸກປະຈຸບັນ ທີ່ມີແນວໂນ້ມຂອງການພັດທະນາເສດຖະກິດດິຈິຕອນຢ່າງໄວວາ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງສະພາແຫ່ງ ຊາດ ກໍຄື 2 ກໍາມາທິການ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງ ເປັນການປະກອບສ່ວນ ສ້າງຂະບວນການສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນການສໍາມະນາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນຂອງກົມເຕັກໂນໂລຊີດິຈິຕ໋ອນ ໃນຫົວຂໍ້: ແນວໂນ້ມຂອງສາກົນດ້ານການພັດທະນາເສດຖະກິດດິຈິຕອນ, ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ແລະ ການແນະນໍາລະບົບເຕັກໂນໂລຊີດິຈິຕ໋ອນ ເພື່ອສ້າງເສດຖະກິດດິຈິຕ໋ອນ ແລະ ຫົວຂໍ້: ຊັບສິນດິຈິຕ໋ອນ (Digital Asset) ຈາກບໍລິສັດ ບິດຄິກ ຈຳກັດຜູ້ດຽວ. ພ້ອມນັ້ນ, ຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງບໍລິສັດ ບີກ ດາຕ້າ ຄຣີບໂຕ ມາຍນິ່ງ ຈຳກັດ ຜູ້ດຽວ ອີກດ້ວຍ.
ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ.