ກົມເຕັກໂນໂລຊີດິຈິຕ໋ອນ ຮ່ວມກັບ ກົມເສດຖະກິດ ຈັດກິດຈະກໍາກິລາບານເຕະ ຍິງ-ຊາຍ

21/08/2025

ກົມເຕັກໂນໂລຊີດິຈິຕ໋ອນ ຮ່ວມກັບ ກົມເສດຖະກິດ ຈັດກິດຈະກໍາກິລາບານເຕະ ຍິງ-ຊາຍ

 

ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III. ໃນຕອນແລງຂອງວັນທີ 15 ສິງຫາ ຜ່ານມາ, ກົມເສດຖະກິດການບໍລິການ, ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ຮ່ວມກັບ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກິດຈະກໍາກິລາບານເຕະມິດຕະພາບ ຍິງ-ຊາຍ ຂຶ້ນ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອາລຸນຍະເດດ ຣາຊະພົນ, ຫົວໜ້າກົມ ເສດຖະກິດການບໍລິການ, ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ປະສິດທິເດດ ຫຼວງວິໄລ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ວິຊາການ ຈາກ 2 ພາກສ່ວນທີ່ກ່ຽວ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III. ພ້ອມນັ້ນ, ກໍ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຮັກແພງລະຫວ່າງອ້າຍ, ເອື້ອຍ, ນ້ອງພະນັກງານທັງສອງພາກສ່ວນ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ຊຶ່ງກິດຈະກໍາໄດ້ດໍາເນີນໄປດ້ວຍບັນຍາກາດເຕັມໄປທັງຮອຍຍິ້ມສຽງຫົວ ທັງໄດ້ສ້າງໂອກາດ ໃນການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອີກດ້ວຍ.

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ

 

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ