22/08/2025

ໃນວັນທີ 21 ສິງຫາ 2025, ທີ່ໂຮງແຮມລາດຊະວົງວັນດ້າວິສຕ້າ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ວ່າດ້ວຍການພັດທະນາ ແລະ ໃຫ້ບໍລິການອຸທິຍານດິຈິຕອນ ຂອງ ສປປ ລາວ (Lao Digital Park) ລະຫວ່າງ ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ລາວ ຟອບແລບ ຈຳກັດ.
ໃນພິທີ, ທ່ານ ປະສິດທິເດດ ຫຼວງວິໄລ, ຮັກສາການຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ໄດ້ກ່າວວ່າ: ການລົງນາມໃນສັນຍາໃນຄັ້ງນີ້, ກໍເພື່ອເປັນການຮ່ວມມືກັນ ພັດທະນາ ແລະ ໃຫ້ບໍລິການສວນອຸທິຍານດິຈິຕອນຂອງ ສປປ ລາວ ໂດຍປະຕິບັດຕາມຂອບເຂດການຮ່ວມມື ຄື: ພັດທະນາ, ປັບປຸງ ແລະ ບຳລຸງຮັກສາ ພື້ນຖານໂຄງລ່າງ, ຫ້ອງທົດລອງ, ສ້າງສູນພັດທະນາອຸດສາຫະກຳເຕັກໂນໂລຊີ, ນະວັດຕະກຳດ້ານດິຈິຕອນ, ເຕັກໂນໂລຊີດິຈິຕອນໃໝ່ ເຊັ່ນ: ເຕັກໂນໂລຊີ ປັນຍາປະດິດ (AI), ກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນມະຫາສານ (Bigdata), ການຊໍາລະຂ້າມຜົມແດນ (Cross-boder payment), ສ້າງສູນທົດສອບເຕັກໂນໂລຊີດິຈິຕອນ (Digital Sandbox) ເພື່ອສົ່ງເສີມໃຫ້ເກີດມີການພັດທະນາ ແລະ ການທົດສອບບໍລິການທາງດ້ານເຕັກໂນໂລຊີດິຈິຕອນໃໝ່, ສ້າງສູນບໍລິການໃຫ້ຄຳປຶກສາໃນການດຳເນີນກິດຈະການດ້ານດິຈິຕອນ (Digital Consultant Service), ໃຫ້ຄໍາປຶກສາກ່ຽວກັບກົດໝາຍ, ການລົງທຶນ ແລະ ອໍານວຍຄວາມສະດວກໃນການອອກອະນຸຍາດໃຫ້ບໍລິການຊັບສິນດິຈິຕອນ, ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ດ້ານເຕັກນິກ-ວິຊາການການຖ່າຍທອດເຕັກໂນໂລຊີ ແລະ ການພັດທະນາທັກສະດ້ານດິຈິຕອນ, ສະໜອງສະຖານທີ່ເຮັດວຽກ, ພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ, ຫ້ອງທົດລອງ ແລະ ຫ້ອງຝຶກອົບຮົມ, ອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນຊ່ວຍ ເພື່ອພັດທະນາບໍລິການດ້ານນະວັດຕະກຳ ຫຼື ໂຄງການ startup ພາຍໃນອຸທິຍານດິຈິຕອນ, ຈັດງານແຂ່ງຂັນ, ການຢັ້ງຢືນແຮງງານດ້ານເຕັກໂນໂລຊີດິຈິຕອນ, ການວາງສະແດງນະວັດຕະກໍາ, ງານວາງສະແດງເຕັກໂນໂລຊີ ແລະ ເວທີພົບປະນັກລົງທຶນ, ສະໜັບສະໜູນການສ້າງຕັ້ງສະມາຄົມເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແລະ ຊັບສີນດິຈິຕອນ, ຄົ້ນຄວ້າສ້າງຮ່າງນິຕິກຳ ແລະ ລະບຽບການ ຮອງຮັບໃຫ້ແກ່ການໃຫ້ບໍລິການ ອຸທິຍານດິຈິຕອນ, ການອອກນຸຍາດຊົ່ວຄາວ ແລະ ມາດຕະຖານເຕັກນິກຊັບສີນດິຈິຕອນ ເພື່ອຊຸກຍູ້ ແລະ ສະໜັບສະໜູນ ການເຄື່ອນໄຫວທຸລະກິດຂອງຜູ້ປະກອບການ ໃນການພັດທະນາ ແລະ ບໍລິການ ເຕັກໂນໂລຊີ ແລະ ນະວັດຕະກໍາ ດິຈິຕອນ ພາຍໃນປະເທດ
:
ຮ່ວມລົງນາມໃນສັນຍາຄັ້ງນີ້ ຝ່າຍກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມລົງນາມໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ, ກຕສ ແລະ ຝ່າຍບໍລິສັດຮ່ວມລົງນາມໂດຍ ທ່ານ ແກ້ວອຸດອນ ແກ້ວວົງສາ, ປະທານບໍລິສັດ ລາວຟອບແລບ ຈໍາກັດ, Mr Ma SANGYONG chairman of Real World Asscet Inc. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີໂດຍ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ, ບັນດາ ທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າ ກົມ/ທຽບເທົ່າ ພາຍໃນ ກຕສ, ບັນດາກະຊວງອ້ອມຂ້າງ, ທ່ານ ປະທານ ບໍລິສັດ Real World Asset Co.,Ltd ພ້ອມດ້ວຍ ຄະນະຜູ້ບໍລິຫານ ແລະ ບັນດາທ່ານແຂກທີ່ຖືກເຊີນ.