ສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃນຫົວຂໍ້: "ການພັດທະນາເສດຖະກິດດີຈີຕອນ, ເຕັກໂນໂລຊີດິຈິຕອນ ແລະ ຊັບສິນດິຈິຕອນ ຂອງ ສປປ ລາວ"

25/08/2025

ສຳມະນາສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃນຫົວຂໍ້:

ໃນຕອນບ່າຍຂອງວັນທີ 22 ສິງຫາ 2025, ທີ່ຫ້ອງປະຊຸມ ຊັ້ນ 5 ຕຶກໃໝ່ (ເຂດ ຫສນຍ), ຄະນະຈັດຕັ້ງສູນກາງພັກ, ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້: "ການພັດທະນາເສດຖະກິດດິຈິຕອນ, ເຕັກໂນໂລຊີດິຈິຕອນ ແລະ ຊັບສິນດິຈິຕອນ ຂອງ ສປປ ລາວ". ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຫົວໜ້າຫ້ອງການ, ກົມ , ສະຖາບັນ, ສູນ, ກອງທືນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ອຳນວຍການບໍລິສັດ ບິດຄິກ ຈຳກັດຜູ້ດຽວ, ອຳນວຍການບໍລິສັດ ບີກ ດາຕ້າ ຄຣີບໂຕ ມາຍນິ່ງ ຈຳກັດ ຜູ້ດຽວ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວເຂົ້າຮ່ວມ ຈຳນວນ 60 ກວ່າທ່ານ.

ທ່ານ ນ. ບຸດສະດີ ທະນະເມືອງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວບາງຕອນວ່າ: ວຽກງານເສດຖະກິດດິຈິຕອນ ແລະ ຊັບສີນດິຈິຕອນ ເປັນວຽກງານທີ່ສຳຄັນໃນຍຸກປະຈຸບັນ ຊຶ່ງມີຄວາມຈຳເປັນຂອງທຸກຂະ
ແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຮັບຮູ້ ແລະ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີຄວາມທັນສະໄໝ ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຈຶ່ງໄດ້ສົມທົບກັບ ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສຳມະນາ ກ່ຽວກັບເສດຖະກິດດິຈິຕອນ ແລະ ຊັບສີນດິຈິຕອນ ໃຫ້ກັບພະນັກງານ-ລັດຖະກອນ ເພື່ອສ້າງຄວາມຮັບຮູ້ໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນຍຸກປະຈຸບັນ ເປັນຕົ້ນ: ແນວໂນ້ມ ຂອງການພັດທະນາເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ລະບົບເຕັກໂນໂລຊີດິຈິຕອນ ເພື່ອສ້າງເສດຖະກິດດິຈິຕ໋ອນ ຊັບສິນດິຈິຕອນ Digital Asset ເຮັດໃຫ້ການບໍລິຫານລັດມີຄວາມທັນສະໄໝເປັນກ້າວໆ.

ໃນໂອກາດດັ່ງກ່າວ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຍັງໄດ້ມີຄຳເຫັນບາງຕອນວ່າ: ກອງປະຊຸມສຳມະນາໃນມື້ນີ້ ເປັນໂອກາດດີທີ່ພວກເຮົາຈະໄດ້ຮ່ວມກັນລົງເລິກ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບວຽກງານການພັດທະນາເສດຖະກິດດິຈິຕອນ, ເຕັກໂນໂລຊີດິຈິຕອນ ແລະ ຊັບສິນດິຈິຕອນ. ປະຈຸບັນ ເປັນຍຸກອຸດສາຫະກໍາ 4.0 ທີ່ການຕິດຕໍ່ສື່ສານກັນແບບບໍ່ມີພົມແດນ, ລະບົບເຕັກໂນໂລຊີດິຈິຕອນ ບໍ່ໄດ້ເປັນພຽງແຕ່ເຄື່ອງມືໃນການຊ່ວຍວຽກອີກຕໍ່ໄປ ແຕ່ມັນເປັນສິ່ງທີ່ຈໍາເປັນ ແລະ ຂາດບໍ່ໄດ້ສໍາລັບວຽກງານທຸກຂະແໜງການ ນັບຕັ້ງແຕ່ຖານລະບົບການຄ້າທາງເອເລັກໂຕຣນິກ, ລະບົບການຊໍາລະຜ່ານມືຖື ໄປຈົນເຖິງ ລະບົບປັນຍາປະດິດ (AI) ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain). ລະບົບເຕັກໂນໂລຊີດິຈິຕອນໄດ້ປ່ຽນແປງວີຖີການດໍາລົງຊີວິດ, ການເຮັດວຽກ, ການຜະລິດ, ການຄ້າຂາຍ ແລະ ການບໍລິການ ໃຫ້ມີຄວາມສະດວກຍິ່ງຂຶ້ນ, ຕິດຕໍ່ກັນງ່າຍ ແລະ ເພີ່ມປະສິດທິພາບໃນການເຮັດວຽກໃຫ້ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມທັງເພີ່ມໂອກາດທາງທຸລະກິດໃໝ່ໆ. ສິ່ງເຫຼົ່ານີ້ໄດ້ກາຍເປັນຮູບແບບກິດຈະກໍາທາງເສດຖະກິດແບບໃໝ່ ເພື່ອກ້າວໄປສູ່ ເສດຖະກິດດິຈິຕອນ ໂດຍການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. ເສດຖະກິດດິຈິຕອນກໍາລັງມີການເຕີບໂຕຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນ ຈາກຂໍ້ມູນຂອງ ທະນາຄານໂລກ ສະແດງໃຫ້ເຫັນວ່າ ເສດຖະກິດດິຈິຕອນກວມປະມານ 15% ຂອງ GDP ທົ່ວໂລກ ແລະ ຍັງມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄຽງຄູ່ກັນນັ້ນ, ພວກເຮົາຍັງໄດ້ເຫັນການພັດທະນາຢ່າງວ່ອງໄວຂອງ ຊັບສິນດິຈິຕອນ ໂດຍສະເພາະແມ່ນ ເງິນຄຣິບໂຕຣ, ຫຼຽນໝັ້ນຄົງ, ສະກຸນເງິນດິຈິຕອນ (CBDC) ແລະ ບັນດາໂທເຄນຕ່າງໆ . ປັດຈຸບັນມີປະຊາກອນຫຼາຍກວ່າ 420 ລ້ານຄົນໃນທົ່ວໂລກ ທີ່ມີການຖືຄອງຊັບສິນດິຈິຕອນ. ລັດຖະບານໃນບັນດາປະເທດຕ່າງໆ ກໍາລັງໃຫ້ຄວາມສົນໃຈ ໃນການອອກລະບຽບການຄຸ້ມຄອງ, ການນໍາໃຊ້ປະໂຫຍດ ແລະ ອອກອະນຸຍາດໃນການດໍາເນີນທຸລະກິດຊັບສິນດິຈິຕອນ. ຊັບສິນດິຈິຕອນໄດ້ມອບໂອກາດການນໍາໃຊ້ປະໂຫຍດ ເພື່ອສ້າງເສດຖະກິດດິຈິຕອນ, ສ້າງແຫຼ່ງລາຍຮັບເງິນຕາຕ່າງປະເທດ ແລະ ສ້າງຊ່ອງທາງການລົງທຶນໃໝ່ໆ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານີ້ ຍັງຕ້ອງໄດ້ອາໄສກອບກົດໝາຍທີ່ເຂັ້ມແຂງ, ມາດຕະຖານຄວາມປອດໄພ ແລະ ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນ ເພື່ອໃຫ້ໝັ້ນໃຈໄດ້ວ່າ ສິ່ງເຫຼົ່ານີິ້ຈະຖືກນໍາໃຊ້ຢ່າງປອດໄພ ແລະ ເກີດປະສິດທິພາບສູງສຸດ.  ສໍາລັບ ສປປ ລາວ ການຫັນເອົາເສດຖະກິດດິຈິຕອນ ແລະ ຊັບສິນດິຈິຕອນ ມາເປັນຍຸດທະສາດ ໃນການພັດທະນາເສດຖະກິດພາຍໃນປະເທດ ແມ່ນຈະເຮັດໃຫ້ ສປປ ລາວ ມີກິດຈະກໍາທາງເສດຖະກິດທີ່ມີຄວາມຫຼາກຫຼາຍ, ສາມາດປັບປຸງປະສິດທິພາບທາງການຄ້າ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ການເພີ່ມລາຍຮັບຈາກອຸດສາຫະກຳໃໝ່ ເຂົ້າໃນປະເທດ ເຊັ່ນ: ໂຄງການທົດລອງທຸລະກໍາຊັບສິນດິຈິຕອນ ໂດຍມີໄລຍະທົດລອງ 3 ປີ ແລະ ສາມາດສ້າງລາຍຮັບໃໝ່ທີ່ເປັນເງິນຕາໃຫ້ລັດຖະບານ ເປັນຈໍານວນເງິນທັງໝົດ 691 ລ້ານ USD ແລະ 5,88 ຕື້ກີບ. ສະນັ້ນ, ການພັດທະນາເສດຖະກິດດິຈິຕອນ ມັນໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະ ຮ່ວມມືກັນ ລະຫວ່າງພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມມືສາກົນ.

ການສຳມະນາໃນຄັ້ງນີ້, ຍັງໄດ້ຮັບຟັງການນຳສະເໜີທ່າອຽງຂອງສາກົນດ້ານການພັດທະນາເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ການແນະນໍາລະບົບເຕັກໂນໂລຊີດິຈິຕອນ ເພື່ອສ້າງເສດຖະກິດດິຈິຕອນ, ຊັບສິນດິຈິຕອນ ຈາກກົມເຕັກໂນໂລຊີດີຈີຕອນ ແລະ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ. ພ້ອມດຽວກັນນັ້ນ, ໄດ້ມີການສົນທະນາແລກປ່ຽນການເກັບກຳຂໍ້ມູນ ແລະ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອນໍາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

 

        ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ