26/08/2025
ເນື່ອງໃນໂອກາດ ເປີດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນລະຫວ່າງວັນທີ 26-27 ສິງຫາ 2025 ນີ້. ໃນຕອນເຊົ້າຂອງວັນທີ 26 ສິງຫາ 2025, ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ຕາງໜ້າໃຫ້ຄະນະຜູ້ແທນກອງປະຊຸມ ໄດ້ເຂົ້າວາງພວງມາລາທີ່ ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ທີ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ.

ໂອກາດດັ່ງກ່າວ, ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບນິລະນາມ, ທັງເປັນການສະແດງຄວາມເຄົາລົບ, ກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ. ພ້ອມນັ້ນ, ກໍເພື່ອສະແດງຄວາມເຄົາລົບ, ລະນຶກເຖິງຄຸນງາມຄວາມດີອັນປະເສີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງ ປວງຊົນລາວທັງຊາດ, ທັງເປັນແບບຢ່າງທີ່ດີໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ໂດຍທ່ານໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄື ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


ຂ່າວໂດຍ: ອະນຸກໍາມະການຂະບວນການ-ໂຄສະນາຂ່າວສານ

