ຝຶກອົບຮົມ ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)

03/09/2025

ຝຶກອົບຮົມ ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)

        ກອງປະຊຸມຝຶກອົບຮົມ ໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)”  (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP) ໄດ້ຈັດຂື້ນໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ, Mr. Bakhodir Burkhanov, ເຈົ້າໜ້າທີ່ສະຫະປະຊາຊາດ ປະຈຳ ສປປ ລາວ ແລະ Mr. Kiyoung Ko, ຫົວໜ້າສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP) ມີຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ, ມະຫາວິທະຍາໄລ ອຸດອນຣາດຊະພັດ (UDRU) ປະເທດໄທ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດ ຈຳນວນ 62 ທ່ານ, ຍິງ 29 ທ່ານ.

ຈຸດປະສົງຂອງການຝືກອົບຮົມໃນຄັ້ງນີ້, ເພື່ອເປັນການຍົກລະດັບ ຄວາມຮັບຮູ້, ຄວາມເຂົ້າໃຈໃນການຫັນເປັນດິຈິຕອນ, ໂດຍສະເພາະ ປັນຍາປະດິດ ຫຼື AI ທີ່ກຳລັງປ່ຽນແປງທຸກດ້ານຂອງຊີວິດມະນຸດ ແລະ ຈະມີບົດບາດສຳຄັນຫຼາຍກວ່າເກົ່າ. ໂດຍເຫັນໄດ້ເຖິງການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ Generative AI, Agentic AI ແລະ Physical AI ທີ່ກຳລັງປ່ຽນແປງຮູບແບບການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຂອງມະນຸດ. ໃນປັດຈຸບັນ ສປປ ລາວ ກໍ່ກໍາລັງຕັ້ງໜ້າຈັດຕັ້ງຜັນຂະຫຍາຍວິໄສທັດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 05 ປີ (2021-2025) ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທຳ ເພື່ອແນ່ໃສ່ການຊຸກຍູ້ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທົ່ວສັງຄົມ.

        ໃນກອງປະຊຸມ ຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 02 ວັນ, ປະກອບມີ 08 ຫົວຂໍ້, ຊຶ່ງໄດ້ເຜີຍແຜ່ໂດຍ ທ່ານ Timothy Tay Huey En, ​ທີ່​ປຶກ​ສາ​ດ້ານ​ການ​ຄຸ້ມ​ຄອງ AI ຂອງ APCICT ແລະ ຜູ້​ຝຶກ​ອົບ​ຮົມ​ນຳ​ຂອງ TÜV SÜD Singapore. ບັນດາຫົວຂໍ້ເນື້ອໃນຂອງແຕ່ລະບົດ ລ້ວນແລ້ວແຕ່ມີຄວາມສຳຄັນຫຼາຍ ແລະ ໄດ້ຖືກອອກແບບຢ່າງລະອຽດ ເພື່ອສ້າງຄວາມເຂົ້າໃຈທີ່ຄົບຖ້ວນ ກ່ຽວກັບປັນຍາປະດິດ (AI) ໂດຍເລີ່ມຕົ້ນຈາກພື້ນຖານ AI, ຕັ້ງແຕ່ Machine Learning ໄປເຖິງ Generative AI, ກອບຈັນຍາບັນ, ການຄຸ້ມຄອງຄວາມສ່ຽງ ແລະ ກໍລະນີສຶກສາໃນຂະແໜງຕ່າງໆ  ແລະ ຮຽນຮູ້ວິທີການອອກແບບຍຸດທະສາດການຄຸ້ມຄອງ AI ລະດັບຊາດ.

        ຕອນທ້າຍ, ທ່ານປະທານ ໄດ້ກ່າວເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ. ພ້ອມທັງເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຕັ້ງໜ້າເອົາໃຈໃສ່ໃນການຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບການນຳໃຊ້ AI ໃນຂະແໜງຂອງຕົນ ຮ່ວມກັບຄະນະທີມງານຄູຝຶກ ໃນຄັ້ງນີ້ ແລະ ທີ່ສຳຄັນ ຄືການສ້າງເຄືອຂ່າຍການຮ່ວມມື ເຊິ່ງກັນ ແລະ ກັນ ຊ່ວຍກັນຂັບເຄື່ອນວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ ສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມ ໃນການພັດທະນາໃນຍຸກດິຈິຕອນ ໃຫ້ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖີງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ