12/09/2025

ເພື່ອເປັນການຝືກຊ້ອມໃຫ້ພະນັກງານ-ລັດຖະກອນ ທີ່ປະຈຳການຢູ່ບັນດາຕຶກສຳນັກງານບ່ອນເຮັດວຽກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຮຽນຮູ້ທັກສະຄວາມຮູ້ພື້ນຖານຕໍ່ກັບຫຼັກການ ແລະ ວິທີປະຕິບັດ ເມື່ອເກີດອັກຄີໄພ ໂດຍສະເພາະການນຳໃຊ້ຖັງດັບເພີງ, ການມອດໄຟຈາກຖັງແກ໊ສ, ການສະກັດກັ້ນ ແລະ ມອດໄຟຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ, ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ, ເພື່ອເປັນການແກ້ໄຂສະຖານະການເຫດສຸກເສີນໃຫ້ທັນເວລາ ແລະ ຈຳກັດຜົນເສຍຫາຍທີ່ເກີດຈາກອັກຄີໄພໃຫ້ຢູ່ໃນລະດັບຕໍ່າສຸດ, ທັງເປັນການປົກປັກຮັກສາຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ໃນຕອນເຊົ້າວັນທີ 11 ກັນຍາ 2025 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານກ່າວເປີດພິທີຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ກົມ/ທຽບເທົ່າ ແລະ ຄະນະປ້ອງກັນພາຍໃນ ກຕສ, ບັນດາຜູ້ຕາງໜ້າຈາກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງ ກຕສ ເຂົ້າຮ່ວມ ຈໍານວນ 30 ກວ່າທ່ານ.
ໂອກາດນີ້, ທ່ານ ພວງປະເສີດ ແກ້ວສຸວັນ ໄດ້ກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ຜົນກະທົບຈາກອັກຄີໄພເປັນສາເຫດຮ້າຍແຮງທີ່ກໍ່ໃຫ້ເກີດມີຜົນເສຍເຫຍຢ່າງຫຼວງຫຼາຍ ຊຶ່ງຫາທີ່ປຽບບໍ່ໄດ້, ສະນັ້ນ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຈຶ່ງເປັນວຽກງານໜຶ່ງທີ່ສຳຄັນ ທີ່ຄະນະພັກ-ຄະນະນຳ ໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ເພື່ອປ້ອງກັນບໍ່ໃຫ້ມີເຫດການທີ່ບໍ່ດີເກີດຂຶ້ນ. ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນໄລຍະເດືອນຜ່ານມານີ້ ກອງເລຂາຄະນະປ້ອງກັນພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສົບທົບກັບກົມຕໍາຫຼວດສະກັດກັັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ລົງກວດກາບັນດາຖັງດັບເພີງຢູ່ບັນດາຕຶກສໍານັກງານບ່ອນເຮັດວຽກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອກວດຄືນສະພາບອຸປະກອນດັ່ງກ່າວ ແລະ ຂຶ້ນແຜນປັບປຸງປ່ຽນຖ່າຍຖັງດັບເພີ່ງທີ່ນໍາໃຊ້ບໍ່ໄດ້ແລ້ວ. ທ່ານຍັງຮຽກຮ້ອງໃຫ້ຜູ້ຂົ້າຮ່ວມເອົາໃຈໃສ່ແລກປ່ຽນຄວາມຮູ້ຮ່ວມກັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອນຳເອົາຄວາມຮູ້ ແລະ ບົດຮຽນເຫຼົ່ານັ້ນມາໝູນໃຊ້ໃຫ້ທັນການໃນກໍລະນີມີເຫດສຸກເສີນເກີດຂຶ້ນ.
ຮຽບຮຽງໂດຍ: ພະແນກປະຊາສໍາພັນ (BL)