ລາວ-ສ.ເກົາຫຼີ ລົງນາມຮ່ວມມື ໂຄງການສ້າງສູນພັດທະນາບຸກຄະລາກອນ-ດິຈິຕອນ

11/09/2025

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ໂຄງການສ້າງສູນພັດທະນາບຸກຄະລາກອນ-ດິຈິຕອນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ (Digital-HRD Center) ຂຶ້ນໃນຕອນເຊົ້າຂອງວັນທີ 09 ກັນຍາ 2025, ທີ່ໂຮງແຮມອາມະລີ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ ແລະ ທ່ານ JUNG Youngsoo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຕາງໜ້າຈາກບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການຕ່າງປະເທດ, ກະຊວງການເງິນ, ພ້ອມທັງແຂກທີ່ຖືກເຊີນຈາກສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ, ອົງການ KOICA ເຂົ້າຮ່ວມທັງໝົດ 60 ທ່ານ.

ທ່ານ JUNG Youngsoo ໄດ້ກ່າວວ່າ: ໂຄງການນີ້ຈະຊ່ວຍເຮັດໃຫ້ການຫັນເປັນດິຈິຕອນຂອງ ສປປ ລາວ ມີບາດກ້າວທີ່ດີຂຶ້ນກ່ວາເກົ່າ ແລະ ສ້າງສະພາບແວດລ້ອມການສຶກສາດິຈິຕອນທີ່ຍືນຍົງ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ສະແດງຄວາມຄາດຫວັງວ່າ ໂຄງການນີ້ຈະຊ່ວຍສົ່ງເສີມການເຂົ້າເຖິງດິຈິຕອນຂອງປະຊາຊົນ ທີ່ມີຄວາມສະດວກສະບາຍ, ວ່ອງໄວ ແລະ ໂປ່ງໃສຂຶ້ນ ໂດຍຜ່ານຂະບວນການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ຂອງລັດຖະບານ ສປປ ລາວ.

  ພ້ອມນີ້, ທ່ານ ລັດຖະມົນຕີ ກຕສ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ລັດຖະບານ ສ.ເກົາຫຼີ ແລະ ເນັ້ນຍ້ຳວ່າການຮ່ວມມືໃນການກໍ່ສ້າງບຸກຄະລາກອນທາງດ້ານດິຈິຕອນ ຈະຊ່ວຍໃນການຍົກລະດັບ ແລະ ປະກອບສ່ວນວຽກງານຫັນເປັນດິຈິຕອນ ແລະ ການພັດທະນາທີ່ຍືນຍົງ, ໂຄງການນີ້ ແມ່ນນອນຢູ່ໃນວຽກງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງເປັນບາດກ້າວທີ່ສໍາຄັນໃນການຍົກລະດັບບຸກຄະລາກອນຂອງພາກລັດທາງດ້ານເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ ເພື່ອຂັບເຄື່ອນວຽກງານການຫັນເປັນດິຈິຕອນຂອງ ສປປ ລາວ, ໃນການເສີມສ້າງປະສິດທິພາບຂອງການບໍລິຫານ ແລະ ບໍລິການດິຈິຕອນຂອງພາກລັດ ໃຫ້ຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນໄດ້ດີຍິ່ງຂຶ້ນ. 

ໂຄງການສ້າງສູນດັ່ງກ່າວນີ້ ທີ່ຈະມອບໃຫ້ແກ່ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ມູນຄ່າ 9.9 ລ້ານໂດລາສະຫະລັດ ເພື່ອເສີມສ້າງ ແລະ ຍົກລະດັບຂີດຄວາມສາມາດດ້ານດິຈິຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ຊຶ່ງມີໄລຍະການຈັດຕັ້ງປະຕິບັດ 05 ປິ (2025-2029). ອົງການ KOICA ໄດ້ໃຫ້ຄໍາໜັ້ນສັນຍາວ່າ ຈະສືບຕໍ່ສົ່ງເສີມການພັດທະນາການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ສົ່ງເສີມເສດຖະກິດ-ສັງຄົມຂອງປະເທດ ໂດຍການຍົກລະດັບ, ພັດທະນາພະນັກງານ-ລັດຖະກອນ ເພື່ອເພີ່ມປະສິດທິພາບໃຫ້ແກ່ວຽກງານການບໍລິຫານ ແລະ ບໍລິິການຂອງລັດ ໃຫ້ແກ່ປະຊາຊົນ ແລະ ສ້າງສາຍສຳພັນການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ເປົ້າໝາຍຫຼັກຂອງໂຄງການແມ່ນ ເພື່ອສ້າງພື້ນຖານການພັດທະນາບຸກຄະລາກອນຂອງລັດ ກໍຄືການສ້າງສະຖາບັນສຳລັບລະບົບຝຶກອົບຮົມດິຈິຕອນ, ພັດທະນາແຜນການຝຶກອົບຮົມ, ພັດທະນາພະນັກງານ-ລັດຖະກອນ ແລະ ສ້າງຫຼັກສູດການຮຽນ-ການສອນກ່ຽວກັບດິຈິຕອນ ໂດຍແມ່ນ ສູນບໍລິຫານລັດດິຈິຕອນ (DGC), ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບຫຼັກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

 ລົງນາມຮ່ວມມືໃນຄັ້ງນີ້ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ແລະ ທ່ານ Sungsoo OH, ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA). ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ, ທ່ານ JUNG Youngsoo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ບັນດາທ່ານຮອງລັດຖະມົນຕີ ກຕສ ພ້ອມດ້ວຍແຂກທີ່ເຂົ້າຮ່ວມ.

ຂ່າວ: ສູນບໍລິຫານລັດດິຈິຕອນ

ຮຽບຮຽງ: ພະແນກປະຊາສໍາພັນ (BL)

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ