15/09/2025

ໃນຕອນບ່າຍຂອງວັນທີ 09 ທັນວາ 2025 ຜ່ານມາ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປາຖະກະຖາວັນສໍາຄັນທາງປະຫວັດສາດ ຂອງພັກ-ຂອງຊາດ ແລະ ສາກົນ ຂຶ້ນທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (02 ກັນຍາ 1945-02 ກັນຍາ 2025) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 23 ປີ (09 ກັຍາ 2002-09 ກັນຍາ 2025). ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກຕສ, ມີບັນດາຄະນະປະຈໍາພັກ, ກໍາມະການພັກກະຊວງ, ເລຂາໜ່ວຍພັກ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 258 ສະຫາຍ, ຍິງ 114 ສະຫາຍ.
ໃນພິທີດັ່ງກ່າວ ໄດ້ຮັບຊົມການສາຍຮູບເງົາ ປະຫວັດຄວາມເປັນມາ ຂອງ ວັນຊາດ ສສ ຫວຽດນາມ ແລະ ພິທີເດີນສວນສະໜາມ 02 ກັນຍາ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 23 ປີ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງສອງຊາດ ລາວ-ຫວຽດນາມ ແລະ ປະຊາຊົນບັນດາເຜົ່າ. ປາຖະກະຖາໃນຄັ້ງນີ້ຍັງໄດ້ຮັບຮູ້ເງື່ອນໄຂທີ່ພາໃຫ້ເກີດມີສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມູນເຊື້ອການຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດລາວຜູ້ອາດຫານ ໂດຍພາຍໃຕ້ການນໍາພາຂອງບັນດານັກວິລະບູລຸດຜູ້ເກັ່ງກ້າທັງຫຼາຍ. ພັກ ແລະ ລັດຖະບານຍາມໃດກໍຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພະນັກງານປະຕິວັດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ກົມການເມືອງສູນກາງພັກ ຈຶ່ງມອບພາລະບົບບາດໃຫ້ແກ່ອົງການນັກຮົບເກົ່າເປັນຜູ້ຄຸ້ມຄອງ, ເບິ່ງແຍງ, ເຕົ້າໂຮມຄວາມສານັກຄີ ແລະ ສຶກສາອົບຮົມຖັນແຖວພະນັກງານນັກຮົບເກົ່າ ເພື່ອໃຫ້ເປັນຄັນທຸງ, ເປັນແບບຢ່າງໃຫ້ແກ່ລູກຫຼານຄົນຮຸ່ນໃໝ່ໄດ້ຮຽນຮູ້ ແລະ ສືບທອດມູນເຊື້ອພາລະກິດປະຕິວັດຕະຫຼອດໄປ ກໍຄືພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ແລະ ເປັນການປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວີທີເຮັດວຽກ, ແບບແຜນການດໍາລົງຊີວິດ ແລະ ແບບຢ່າງອັນດີງາມ ເພຶ່ອຝຶກຝົນຫຼໍ່ຫຼອມຕົນເອງ, ສຸມທຸກກໍາລັງ ເພື່ອສືບທອດ 6 ຮັກສາ ຄື: ຮັກສາມູນເຊື້ອມີນໍ້າໃຈຮັກຊາດອັນສູງສົ່ງ, ມີທັດສະນະຫຼັກໝັ້ນຊົນຊັ້ນຢ່າງຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດຈາແນກໂດ້ມິດ ແລະ ສັດຕູຈະແຈ້ງ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ ຕໍ່ລະບອບໃໝ່ ລະບອບປະຊາທິປະໄຕ ປະຊາຊົນລາວ ແລະ ຢຶດໝັ້ນອຸດົມການສັງຄົມນິຍົມ; ຮັກສາມູນເຊື້ອພິລະອາຫານຕໍ່ສູ້ບໍ່ຍອມຈຳນົນ ເດັດດ່ຽວເດັດຂາດກັບສັດຕູ ແລະ ກຸ່ມຄົນທີ່ຕໍ່ຕ້ານລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບແບບ ໂດຍສະເພາະແມ່ນກົນອຸບາຍຫັນປ່ຽນ ໂດຍສັນຕີທີ່ຫວັງໂຄ່ນລົ້ມລະບອບໃໝ່ຂອງພວກເຮົາໃຫ້ລົ້ມລະລາຍ; ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງເພີ່ມພູນຜະລິດຜົນ, ສ້າງເສດຖະກິດຄອບຄົວ ແລະ ຫຼຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ; ຮັກສາມູນເຊື້ອຄວາມສາມັກຄີຢູ່ພາຍໃນພັກ, ພາຍໃນຄະນະ ແລະ ກົມກອງ, ສາມັກຄີກັບປະຊາຊົນບັນດາເຜົ່າຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດສຳເລັດໜ້າທີ່; ຮັກສາມູນເຊື້ອມີປະຊາທິປະໄຕພາຍໃນພັກ, ມີແບບແຜນວິທີການເຮັດວຽກດີ, ມີຫົວຄິດປະດິດສ້າງ, ນໍາພາລວມສູນເປັນໝູ່ຄະນະ, ແບ່ງປັນບຸກຄົນຮັບຜິດຊອບ, ອອກແຮງປັບປຸງກໍ່ສ້າງພັກໃຫ້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ປອດໃສ; ຮັກສາມູນເຊື້ອສາມັກຄີ, ຮ່ວມມືກັບປະເທດເພື່ອນມິດໂດຍສະເພາະແມ່ນບັນດາເພື່ອນມິດຍຸດທະສາດທີ່ມີມູນເຊື້ອຮ່ວມມີນຳກັນມາແຕ່ດົນນານ ພ້ອມກັນນັ້ນກໍເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນດ້ວຍໂມຕີຈິດມິດຕະພາບ ແລະ ຕ່າງຝ່າຍຕ່າງມີ ຜົນປະໂຫຍດ.
ໃນໂອກາດດຽວກັນນີ້, ສະຫາຍ ມະໂນທອງ ວົງລໍຄໍາ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງພະນັກງານ ຂັ້ນຮັກສາການຫົວໜ້າພະແນກ, ຮອງພະແນກ ຂອງຫ້ອງການ, ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນທັງໝົດ 15 ທ່ານ, ຍິງ 8 ທ່ານ.
ຕອນທ້າຍຂອງພິທີ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງສະຫາຍປະທານ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມທັງຊີ້ນໍາໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາວຽກງານ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຍົກໃຫ້ເຫັນຜົນສໍາເລັດອັນຍິ່ງໃຫຍ່ຂອງ ສອງຊາດ ລາວ-ຫວຽດນາມ ປະຊາຊົນບັນດາເຜົ່າ ແລະ ວິລະບູລຸດນັກຮົບເກົ່າຜູ້ທີເກັ່ງກ້າສາມາດໃນການຕໍ່ສູ້ປົດປ່ອຍຊາດ ແລະ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈຢ່າງເລີກເຊີງໄຊຊະນະ ກໍຄືມູນເຊື້ອການຕໍ່ສູ້ປົດປ່ອຍເປັນເຈົ້າຕົນເອງ ແລະ ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາ, ຕໍ່ວິລະຊົນນັກຮົບ ແລະ ຜູ້ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ຕະຫຼອດຮອດຄຸນງາມຄວາມດີ ຂອງ ຜູ້ນໍາທີແສນເຄົາລົບຮັກ ຂອງ ປະຊາຊົນລາວບັນດາເຜົ່າ, ສະຫາຍຍັງໄດ້ເນັ້ນໜັກໃຫ້ເຫັນເຖິງຜົນສໍາເລັດໃນການນໍາພາ-ຊີ້ນໍາ ຂອງການນໍາຂອງພັກ ແລະ ລັດຖະບານລາວ ກາຍເປັນແບບຢ່າງອັນດີງາມໃຫ້ສະມາຊິກພັກ-ພະນັກງານ ໄດ້ສືບຕໍ່ຝືກຝົນຫຼໍ່ຫອມຕົນເອງຮໍ່າຮຽນເອົາເປັນແບບຢ່າງ ແລະ ນໍາມາໝູນໃຊ້ໃນການປະຕິບັດໜ້າທີ່ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວໂດຍ: ສິນທະນູ ພະຜົນໄຊ
ພາບ: ພຸດດາວອນ ພາສຸວັນ