12/09/2025

ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝ III ໃຫ້ປາກົດຜົນເປັນຈິງ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຈັດກອງປະຊຸມວິຊາການ ສະຫຼຸບຖອດຖອນບົດຮຽນແຜນການສິດສອນປະຈໍາສົກສຶກສາ 2024-2025 ແລະ ວາງແຜນທິດທາງການພັດທະນາການສິດສອນປະຈໍາສົກຮຽນໃໝ່ ພ້ອມທັງກະກຽມຄວາມພ້ອມໃນການເປີດກອງປະຊຸມຄົບຄະນະສະພາວິຊາ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 04 ກັນຍາ 2025, ທີ່ຫ້ອງປະຊຸມຂອງ ສຕສ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າ ສຕສ, ຜູ້ຊີ່ນໍາວຽກວິຊາສະເພາະ, ຊຶ່ງມີຮອງຫົວໜ້າສະຖາບັນ, ບັນດາພະນັກງານ, ຄູອາຈານ ພາຍໃນ ສຕສ ແລະ ຄູຮັບເຊີນ ພ້ອມດ້ວຍນັກສຶກສາເຂົ້າຮວມ.
ກອງປະຊຸມດັ່ງກ່າວແມ່ນກອງປະຊຸມວຽກວິຊາການ ທີ່ລົງເລິກວຽກງານສິດສອນ, ຄຸ້ມຄອງນັກສຶກສາ, ພັດທະນາຫຼັກສູດ ແລະ ການຍົກລະດັບຕໍາແໜ່ງວິຊາການຂອງຄູອາຈານ. ກອງປະຊຸມໄດ້ລາຍງານຜົນການສະຫຼຸບຖອດຖອນບົດຮຽນການສິດສອນ ໃນສົກສຶກສາ 2024-2025 ແລະ ວາງແຜນ ໃນສົກສຶກສາ 2025-2026 ຊຶ່ງສະແດງໃຫ້ເຫັນເຖິງຈໍານວນນັກສຶກສາ, ອັດຕາການຂຶ້ນຫ້ອງສອນ ແລະ ຄຸນນະພາບຂອງການສຶກສາ ແມ່ນຢູ່ຕາມເກນມາດຕະຖານສູງ ພ້ອມໄດ້ເປີດໂອກາດຮັບເອົາຄໍາເຫັນແລກປ່ຽນຈາກບັນດາຄູອາຈານພາຍໃນ, ຄູຮັບເຊີນ ແລະ ນັກສຶກສາ ປະກອບໃນວຽກງານດັ່ງກ່າວໃຫ້ມີການພັດທະນາຕໍ່ຍອດ ເປັນຕົ້ນແມ່ນ ການຮັກສາຄຸນນະພາບການສິດສອນ, ປະຕິບັດໂມງເວລາ ແລະ ເພີ່ມບັນດາກິດຈະກໍາ, ສື່ການຮຽນການສອນ ແລະ ຈຸດແລກປ່ຽນທີ່ສໍາຄັນ. ກອງປະຊຸມຍັງໄດ້ລາຍງານຄືນຄວາມເປັນໄປໄດ້ໃນການກະກຽມສະເໜີຂໍຕໍາແໜ່ງວິຊາການຂັ້ນອາຈານ ໃຫ້ຄູອາຈານພາຍໃນສະຖາບັນ ຈໍານວນ 3 ທ່ານ ທີ່ຄົບມາດຖານ ແລະ ເງື່ອນໄຂ ໃຫ້ສໍາເລັດພາຍໃນກັນຍາ 2025 ນີ້. ພ້ອມດຽວກັນນັ້ນ, ວຽກງານຄຸ້ມຄອງນັກສຶກສາ ແມ່ນໄດ້ມີການແລກປ່ຽນຂະນວນການດໍາເນີນວຽກປະຕິບັດລະບຽບການນຸ່ງຖື ແລະ ໂມງເວລາເຂົ້າຫ້ອງຮຽນ ໃຫ້ມີຄວາມເຂັ້ມງວດຂຶ້ນຕື່ມ. ສໍາລັບວຽກງານການສ້າງ ແລະ ພັດທະນາຫຼັກສູດ ແມ່ນຍາດໄດ້ຜົນສໍາເລັດການກະກຽມສ້າງ 8 ຫຼັກສູດໃໝ່, ການສ້າງຫຼັກສູດຮ່ວມກັບ ມະຫາວິທະຍາໄລ ຍຸນນານ ສປ ຈີນ, ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ແລະ ມະຫາວິທະຍາໄລ ຂອນແກນ ຣາຊະອານາຈັກໄທ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ສະຫຼຸບຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ຄູອາຈານຍາດມາໄດ້ ແລະ ໄດ້ຊີ້ນໍາຄືນກ່ຽວກັບຄຸນນະພາບການສຶກສາທີ່ຕິດພັນກັບ ຄຸນນະພາບຂອງຄູອາຈານ, ການປະຕິບັດກົດລະບຽບຂອງນັກສຶກສາ ແລະ ການພັດທະນາຫຼັກສູດໃຫ້ຕອບສະໜອງກັບຄວາມຕ້ອງການຕະຫຼາດແຮງງານ ຮອງຮັບການຫັນເປັນບຸກຄະລາກອນດ້ານດິຈິຕອນ ໃຫ້ພຽງພໍທັງປະລິມານ ແລະ ຄຸນນະພາບ.
ພາບ ແລະ ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ຮຽບຮຽງ: ພະແນກປະຊາສໍາພັນ (BL)