ງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest) 2025 ຈະຈັດຂຶ້ນໃນເດືອນ ພະຈິກ 2025

15/09/2025

ງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest) 2025 ຈະຈັດຂຶ້ນໃນເດືອນ ພະຈິກ 2025

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ໄດ້ຈັດພິທີຖະແຫຼງຂ່າວ ການຈັດງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest) 2025 ຂຶ້ນໃນຕອນບ່າຍຂອງວັນທີ 12 ກັນຍາ 2025 ຜ່ານມາ, ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງສະຖາບັນເຕັກໂນໂລຊີ ແລະ ການສື່ສານ. ໃຫ້ຂຶ້ນກຽດຖະແຫຼງຂ່າວໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອກາດນີ້, ທ່ານລັດຖະມົນຕີ ໄດ້ກ່າວຖະແຫຼງໃຫ້ຊາບວ່າ: ຈຸດປະສົງຂອງການຈັດງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ແມ່ນເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ເຂົ້າໃນການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ. ສົ່ງເສີມ ແລະ ພັດທະນາ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ເຂົ້າໃນທຸກຂະແໜງການ ທັງພາກລັດ ແລະ ເອກະຊົນ ແຕ່ສູນກາງລົງຮອດທ້ອງຖິ່ນ ຕາມຍຸດທະສາດ ທີ 7 ວ່າດ້ວຍ ການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນໃນທົ່ວສັງຄົມ, ສົ່ງເສີມ ການແບ່ງປັນຄວາມຮູ້, ສ້າງເຄືອຂ່າຍການຮ່ວມມື, ຂະຫຍາຍໂອກາດທາງທຸລະກິດ ແລະ ສົ່ງເສີມ ການຂະຫຍາຍຕົວຂອງເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ໃນ ສປປ ລາວ.

ງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Laos Blockchain Fest) 2025 ຈະຈັດຂຶ້ນເປັນເວລາ 02 ວັນ, ໃນລະຫວ່າງ ວັນທີ 21-22 ພະຈິກ 2025, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ຄໍາຂວັນ “ສ້າງອະນາຄົດທີ່ຍືນຍົງ ດ້ວຍເຕັກໂນໂລຊີ “Building Resilient Future-Chain’’. ເປັນງານມະຫາກໍາເຕັກໂນໂລຊີ ໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີຫຼາຍກິດຈະກໍາທີ່ຈະຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ງານວາງສະແດງ ຜົນງານການຄົ້ນຄວ້າ, ຜະລິດຕະພັນ ແລະ ການບໍລິການ ທາງດ້ານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກອງປະຊຸມສໍາມະນາທາງດ້ານຄວາມຮູ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກອງປະຊຸມໂຕະມົນລະດົມແນວຄວາມຄິດໃນການພັດທະນາ ທຸລະກິດສະຕາດອັບ (Startup) ໃນ ສປປ ລາວ, ເວທີສົນທະນາທາງດ້ານການຊຸກຍູ້ສົ່ງເສີມ ແລະ ການພັດທະນາ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ໃນສັງຄົມ, ເວທີການຊອກຄູ່ຮ່ວມມືພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ;

ງານມະຫາກໍາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຂອງລາວ (Laos Blockchain Fest) 2025 ຄັ້ງນີ້ຈະເກີດຂຶ້ນໄດ້ ກໍຍ້ອນໄດ້ຮັບການອຸປະຖໍາຫຼັກຈາກ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ, ບັນດາຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ຊຶ່ງໄດ້ຈັດລະດັບການອຸປະຖໍາ ເປັນ 4 ລະດັບ ຄື: 1) Diamond, 2) Gold , 3) Silver ແລະ 4) Bronze. ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜ່ນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້. ສໍາລັບພາກລັດ, ສະຖາບັນ ການສຶກສາ ແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ຈ່າຍຄ່າ. ລາຍລະອຽດ ກ່ຽວກັບ ສິດທິພິເສດຂອງຜູ້ອຸປະຖໍາ ແລະ ຜູ້ເຂົ້າຮ່ວມງານນັ້ນ, ບັນດາທ່ານສາມາດຮັບເອົານໍາຄະນະຮັບຜິດຊອບ ຈັດງານຄັ້ງນີ້ ຫຼື ຮັບຜ່ານເວັບໄຊ ຂອງງານ.

 

ໃນຕອນທ້າຍ, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ເຊີນຊວນບັນດາກະຊວງ, ຂະແໜງການ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ຫົວໜ່ວຍທຸລະກິດ ພາກລັດ ແລະ ເອກະຊົນ ພ້ອມດ້ວຍຜູ້ປະກອບການດ້ານໄອຊີທີດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດເຖິງປະຊາຊົນລາວ ບັນດາເຜົ່າຈົ່ງໄດ້ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອຮັບຟັງການໂຄສະນາເຜີຍແຜ່ຂໍ້ມູນທີ່ສຳຄັນ ແລະ ທ່ຽວຊົມງານວາງສະແດງຜົນງານ ແລະ ຜະລິດຕະພັນຕ່າງໆ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ